( vovworld ) - ໃນວັນທີ 27 ແລະ 28/2 ຢູ່ປັກກິງ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ ໄດ້ມີການເຈລະຈາກັບທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ຈາງຈຶ່ຈຸນ . ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການພົວພັນສອງຝ່າຍ ແລະ ບັນຫາຊາຍແດນລະຫວ່າງຫວຽດນາມ - ຈີນ. ສອງຝ່າຍກໍເຫັນດີຊາບຊຶມການປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງປະເທດ ກໍຄືຂໍ້ຕົກລົງຕ່າງໆທີ່ກ່ຽວຂ້ອງ, ຮັກສາບັນດາການຢ້ຽມຢາມຂັ້ນສູງ, ເຮັດໃຫ້ການຮ່ວມມືໃນທຸກຂົງເຂດກ້າວເຂົ້າສູ່ລວງເລິກ, ນຳສາຍພົວພັນຂອງສອງປະເທດສືບຕໍ່ໄດ້ຮັບການພັດທະນາ. ກ່ຽວກັບການພົວພັນດ້ານການເມືອງ, ສອງຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ກະກຽມໃຫ້ແກ່ບັນດາການຢ້ຽມຢາມ ແລະ ພົບປະລະຫວ່າງການນຳຂັ້ນສູງເປັນຢ່າງດີ, ໂດຍສະເພາະແມ່ນການຢ້ຽມຢາມຈີນ ຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຄາດວ່າຈະດຳເນີນໃນມາດຕາທີ 2 ປີ 2012 ນີ້. ກ່ຽວກັບເສດຖະກິດ, ການຄ້າ, ສອງຝ່າຍໄດ້ເຫັນດີເພີ່ມທະວີການສົມທົບກັນເພື່ອຜັນຂະຫຍາຍແຜນການ 5 ປີແຫ່ງການພັດທະນາການຮ່ວມມືເສດຖະກິດ - ການຄ້າຫວຽດນາມ - ຈີນໂດຍໄວ. ມານະພະຍາຍາມສູ້ຊົນບັນລຸຄາດໝາຍຍົກວົງເງິນການຄ້າຂື້ນເຖີງ 60 ຕື້ USD ໃນປີ 2015. ກ່ຽວກັບບັນຫາຊາຍແດນທາງບົກ, ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນປະຕິບັດເອກະສານເຊິ່ງໄດ້ຮັບການລົງນາມເພື່ອພ້ອມກັນຄຸ້ມຄອງເສັ້ນຊາຍແດນທາງບົກຫວຽດນາມ - ຈີນໂດຍໄວ, ຊຸກຍູ້ການລົງນາມສັນກ່ຽວກັບຄວາມເສລີໃນການເດີນທະເລຢູ່ເຂດປາກແມ່ນນ້ຳ ບັກລວນ ແລະ ສັນຍາຮ່ວມມື ແລະ ຂຸດຄົ້ນຊັບພະຍາກອນການທ່ອງທ່ຽວເຂດນ້ຳຕົກຕາດ ບານໂຢກ. ກ່ຽວກັບບັນຫາທະເລ, ສອງຝ່າຍໄດ້ເຫັນດີກ່ຽວກັບການຜັນຂະຫຍາຍປະຕິບັດຄວາມຮັບຮູ້ລວມຂອງການນຳສອງປະເທດ ແລະ ຂໍ້ຕົກລົງບັນດາຫຼັກການພື້ນຖານ, ຊີ້ນຳແກ້ໄຂບັນຫາບົນທະເລຫວຽດນາມ - ຈີນ ທີ່ມີຄວາມໝາຍສຳຄັນຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ການພັດທະນາຢ່າງດີງາມ, ເປັນປົກກະຕິຂອງສາຍພົວພັນລະຫວ່າງສອງປະເທດ.