ການພົບປະເຈລະຈາ ວຽກງານຕ່າງປະເທດ ລະຫວ່າງແຂວງກວາງຈິ້ ແລະ ສອງແຂວງຂອງລາວ

ການພົບປະເຈລະຈາ ວຽກງານຕ່າງປະເທດ ລະຫວ່າງແຂວງກວາງຈິ້ ແລະ ສອງແຂວງຂອງລາວ - ảnh 1
( ພາບປະກອບ )

(vovworld) – ​    ວັນ​ທີ 11/7, ຢູ່​ນະຄອນ​ດົງ​ຮ່າ, ພະ​ແນ​ກພົວພັນ​ຕ່າງປະ​ເທດ​ແຂວງ​ກວາງ​ຈິ້, ພະ​ແນ​ກພົວພັນ​ຕ່າງປະ​ເທດ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ພະ​ແນ​ກພົວພັນ​ຕ່າງປະ​ເທດ​ແຂວງ ສາລະວັນ, ສປປລາວ ​ໄດ້​ຕົກລົງກ່ຽວ​ກັບ​ກົນ​ໄກ​ສົມທົບ​ກັນ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ໃນ​ວຽກ​ງານ​ພົວພັນຕ່າງປະ​ເທດ​ລະຫວ່າງ​ 3 ​ແຂວງ. ທີ່​ການ​ເຮັດ​ວຽກ​, 3 ອົງການ​ໄດ້​​ເຫັນ​ດີ​ເປັນ​​ເອກະ​ພາບ​ນຳ​ກັນ​ວ່າ ຈະ​ສືບ​ຕໍ່​ເປັນ​ເສນາ​ທິການ​ໃຫ້​ຂັ້ນ​ການ​ນຳ​ໃນ​ການຊີ້​ນຳ​ການ​ປະຕິບັດ​ບັນດາ​ເນື້ອ​​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ເຊິ່ງຝ່າຍ​ຕ່າງໆ​ໄດ້​ຮັບຜິດຊອບ. ກ່ຽວ​ກັບ​ວຽກງານ​ຊາຍ​ແດນ, ​3 ​ແຂວງ​ໄດ້​ເຫັນ​ດີ​ແຈ້ງ​​ໃຫ້​ກັນ​ຊາບ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຄື​: ການ​ອົບ​ພະຍົບ​ຢ່າງ​ເສລີ, ອາດ​ສະຍາ​ກຳ​ຢາ​ເສບ​ຕິດ ​ແລະ ສະ​ເໜີທິດ​ແກ້​ໄຂ​ ບົນ​ຈິດ​ໃຈ​ມິດຕະພາບ, ຮ່ວມ​ມື. ພ້ອມ​ທັງ​ແຈ້ງ​​ໃຫ້​ກັນ​ຊາບກ່ຽວ​ກັບ​ບັນດາ​ໂຄງການ​ອຸປະຖຳ, ການ​ລົງທຶນ​ຕ່າງປະ​ເທດ​ ທີ່​ຜັນ​ຂະຫຍາຍ​ຢູ່​ບັນດາ​ຕາ​ແສງ​​ໃນ​ເຂດຊາ​ຍ​ແດນ ​ເພື່ອ​​ສົມທົບ​ກັນ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ ກໍ​ຄື​ຈັດ​ຕັ້ງ​ການ​ສະຫຼຸບ​ລວມກ່ຽວ​ກັບວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃນ​ທົ່ວ​ເຂດ​ຊາຍ​ແດນ​ໃນ​ປີ 2013.

ກ່ຽວ​ກັບ​ກົນ​ໄກ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, 6 ​ເດືອນ​ເທື່ອ​ໜຶ່ງ, 3 ​ແຂວງ​ຈະ​ແຈ້ງ​ໃຫ້​ກັນ​ຊາບກ່ຽວ​ກັບ​ບັນດາ​ລາຍການ, ​ເນື້ອ​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 3 ​ແຂວງ; ​ຜັດປ່ຽນ​ກັນຈັດ​ຕັ້ງ​ກອງ​ປະຊຸມ​ປະຈຳ​ປີ​ ​ເພື່ອ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື, ສະ​ເໜີ​ບັນດາ​ເນື້ອ​ໃນ, ​ແຜນການ​ຮ່ວມ​ມື​ໃໝ່. ກ່ຽວ​ກັບ​​ໂຄງການ​ສົມທົບ​ວຽກ​ງານ​ໃນ​ປີ 2012, ສົມທົບ​ກັບ​ບັນດາ​ອົງການ​ສູນ​ກາງ ​ແລະ 3 ​ແຂວງ ​ໃນ​ວຽກງານ​ກະ​ກຽມ ​ແລະ ຈັດ​ຕັ້ງ​ພິທີ​ສະຫຼຸບ​ການ​ເສັງ​ຊອກ​ຮູ້​ປະຫວັດ​ສາດແຫ່ງ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ ຂອງ​ສອງ​ປະ​ເທດ​ຢູ່​ບ້ານ​ດົງ, ​ແຂວງ​ສະຫວັນ​ນະ​ເຂດ ​ໃນ​ທ້າຍ​ປີ​ນີ້.

ຂ່າວ/ບົດ​ອື່ນ