ການພົບປະເຈລະຈາຂັ້ນສູງຫວຽດນາມ - ອີຣານ

(VOVWORLD) -ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຂອງປະຊາຊົນສອງຊາດ ຫວຽດນາມ ແລະ ອີຣານ.

ການພົບປະເຈລະຈາຂັ້ນສູງຫວຽດນາມ - ອີຣານ  - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດ ອີຣານ Ali Ardeshir Larijani

(ພາບ: Le Tuyet/ TTXVN)

        ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງ ສາທາລະນະລັດອິດສະລາມ ອີຣານ ໂດຍທ່ານ Ali Ardeshir Larijani ປະທານສະພາແຫ່ງຊາດອີຣານນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 15 – 18 ເມສາ. ຕອນເຊົ້າວັນທີ 16 ເມສາ, ທີ່ນະຄອນຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ອີຣານ Ali Ardeshir Larijani.

        ທີ່ການພົບປະເຈລະຈາທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ຂອງຄະນະ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຂອງປະຊາຊົນສອງຊາດ ຫວຽດນາມ ແລະ ອີຣານ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ສອງຝ່າຍ ສົມທົບກັນຊຸກຍູ້ຜັນຂະຫຍາຍຢ່າງແໜ້ນແຟ້ນ ເພື່ອສາມາດບັນລຸເປົ້າໝາຍທີ່ການນຳສອງປະເທດໄດ້ເຫັນດີເປັນເອກະພາບກັນໂດຍໄວ ເປັນຕົ້ນແມ່ນ ໃນໄລຍະ 05 ປີຈະມາເຖິງ ຕ້ອງຍົກວົງເງິນການຄ້າສອງສົ້ນຂຶ້ນເຖິງ 2 ຕື້ USD.

        ສ່ວນທ່ານ Ali Ardeshir Larijani ປະທານສະພາແຫ່ງຊາດອີຣານ ໄດ້ຢັ້ງຢືນວ່າ ສອງຝ່າຍອາດຈະບັນລຸຄາດໝາຍວົງເງິນການຄ້າສອງສົ້ນຂຶ້ນເຖິງ 2 ຕື້ USD ຢ່າງແນນອນ, ພິເສດ ແມ່ນໃນຂະແໜງນ້ຳມັນອາຍແກັດ. ອີຣານປາດຖະໜາຢາກຮຽນຮູ້ນຳຫວຽດນາມ ແລະ ໄດ້ຮັບການແບ່ງປັນບົດຮຽນໃນຂະແໜງກະສິກຳຈາກຫວຽດນາມ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນມຸ່ງໄປເຖິງການເປີດສາຍການບິນໂດຍກົງລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພັດທະນາດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຂອງສອງປະເທດ.

ນອກຈາກນັ້ນ, ການນຳສອງປະເທດເຫັນດີເປັນເອກະພາບ ຈະເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ສືບຕໍ່ສົມທົບກັນໃຫ້ແໜ້ນແຟ້ນກວ່າອີກໃນບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ. ໃນນັ້ນ, ກໍລວມມີສະຫະພັນລັດຖະສະພາສາກົນ (IPU)… ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຫວຽດນາມມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິພິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ທ່ານ ປະທານສະພາແຫ່ງຊາດອີຣານ Ali Ardeshir Larijani ກໍເຫັນດີ ນຳ ແລະ ຖືວ່າ ກໍຄືກັບຫວຽດນາມ, ໃນການແກ້ໄຂບັນຫາປະທະກັນ, ການຂັດແຍ້ງກັນ ອີຣານກໍເຫັນດີນຳໃຊ້ ບັນດາມາດຕະການແກ້ໄຂຜ່ານທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ