ການພິມຈຳຫນ່າຍ ສະໝຸດຄຳ ສະພາແຫ່ງຊາດ ລັດຖະບານຊຸດທີ VIII

ການພິມຈຳຫນ່າຍ ສະໝຸດຄຳ   ສະພາແຫ່ງຊາດ ລັດຖະບານຊຸດທີ VIII  - ảnh 1

ປື້ມສະຫມຸດຄຳ
ພາບ:ຈາກ internet

(vovworld) - ​ວັນ​ທີ 27/2, ສູນ​ພິມ​ຈຳ​ຫນ່າຍ​ຫວຽດນາມ  Vietbooks ​ໃຫ້​ຮູ້​ວ່າ ​ໄດ້​ພິມ​ຈຳຫນ່າຍ​ປື້​ມສະໝຸດຄຳ​ສະພາ​ແຫ່ງ​ຊາດລັດຖະບານ​ຊຸດ​ທີ VIII ​ແລະ ສະພາ​ປະຊາຊົນ(ປຊຊ), ຄະນະ​ກຳມະການ ປຊຊ ອາຍຸ​ການ 2011 - 2016 ຢ່າງ​ເປັນ​ທາງ​ການ​ໃນ​ທົ່ວ​ປະ​ເທດ​ປະມານ 5.000 ​​ເຫລັ້ມ​. ປື້​ມດັ່ງກ່າວ​ໂດຍ​ແມ່ນ​ກະຊວງ​ພາຍ​ໃນ, ວາລະສານ​ອົງການ​ຈັດ​ຕັ້ງ​ແຫ່ງ​ລັດ​ສົບ​ທົບ​ກັບ​​ສຳນັກ​ພິມ​ຈຳ​ຫນ່າຍ​ຂ່າວສານ​ຫວຽດນາມ ​ແລະ ບໍລິສັດ Vietbooks ພິມ​ຈຳ​ຫນ່າຍ. ປື້​ມສະໝຸດ​ຄຳ​​​ແມ່ນອັບ​ເດັດ​ຂໍ້​ມູນ​ຂ່າ​ວສານ​ຮອດ 9/2011, ​​ໂດຍແນະນຳ​ຊື່​ ​ແລະ ນາມສະກຸນ, ຕຳ​ແຫນ່​ງ, ສະຖານ​ທີ່​ເຮັດ​ວຽກ, ​ໂທລະສັບ​ອົງການ, ​ໂທລະສັບ​ມື​ຖືຫລື​​ທີ່ຢູ່​ຂອງ​ບັນດາ​ການ​ນຳ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​​ແຫ່ງ​ລັດ​ຫວຽດນາມ, ຈາກ​ສະພາ​ແຫ່ງ​ຊາດ, ລັດຖະບານ​ຕະຫລອດ​ຮອດ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ. ຄາດ​ວ່າ ປື້​ມສະໝຸດ​ຄຳ​ຈະ​ພິມ​ຈຳຫນ່າຍ​ຄືນ ​ແລະ ອັບ​ເດັດ​ຂໍ້​ມູນ​ຂ່າວສານ​ໃນ​ປີ 2014. ​ແລະ​ປື້​ມສະໝຸດ​ຄຳ​ສະບັບ​ໃຫມ່​ຈະ​ໄດ້​ຮັບ​ການ​ພິມ​ຈຳຫນ່າຍ​ຕໍ່​ໄປ​ໃນ​ປີ 2016.

 


ຕອບກັບ

ຂ່າວ/ບົດ​ອື່ນ