ການພົວພັນ ຫວຽດນາມ - ມຽນມາ ນັບມື້ນັບຮອບດ້ານ ແລະ ເລິກເຊິ່ງ

(VOVWORLD) - ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ Daw Aung San Suu Kyi ບໍ່ພຽງແຕ່ເປັນການເຊື່ອມຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງເປັນການຢັ້ງຢືນເຖິງການພົວພັນຮ່ວມມືຮອບດ້ານໃນທຸກດ້ານ

ການພົວພັນ ຫວຽດນາມ - ມຽນມາ ນັບມື້ນັບຮອບດ້ານ ແລະ ເລິກເຊິ່ງ - ảnh 1ທ່ານນາງ Daw Aung San Suu Kyi ແລະ ທ່ານ ຫງວຽນຊວນຟຸກ

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານນາງ Daw Aung San Suu Kyi, ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຫ້ອງວ່າການປະທານາທິບໍດີ ສ. ສະຫະພາບ ມຽນມາ, ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19 – 20 ເມສາ 2018.

    ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ Daw Aung San Suu Kyi ບໍ່ພຽງແຕ່ເປັນການເຊື່ອມຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງເປັນການຢັ້ງຢືນເຖິງການພົວພັນຮ່ວມມືຮອບດ້ານໃນທຸກດ້ານ ແລະ ສ້າງພື້ນຖານຢ່າງໜັກແໜ້ນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບພັດທະນາ, ທັງລວງກ້ວາງ ແລະ ລວງເລິກອີກດ້ວຍ.

        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງທີ່ປຶກສາແຫ່ງລັດ ມຽນມາ Daw Aung San Suu Kyi ຈະມີການເຈລະຈາ 2 ຝ່າຍ ແລະ ການນຳ 2 ຝ່າຍຈະລົງນາມເອກະສານຮ່ວມມືສຳຄັນຫຼາຍສະບັບ. 2 ຝ່າຍຈະປຶກສາຫາລືຕື່ມອີກກ່ຽວກັບມາດຕະການຊຸກຍູ້ການຮ່ວມມືບໍ່ພຽງແຕ່ໃນຂົງເຂດການເມືອງ, ການຄ້າ ແລະ ການລົງທຶນ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຫາກນັບທັງໃນບັນດາຂົງເຂດກະສິກຳ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຊື່ອມຕໍ່, ພະລັງງານ, ໂທລະຄົມ, ການທ່ອງທ່ຽວ, ການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນອີກດ້ວຍ.

ຫວຽດນາມ ແລະ ມຽນມາ ກໍ່ຈະແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ຍົກອອກມາດຕະການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ທັງຮັບປະກັນຜົນປະໂຫຍດຂອງ 2 ຊາດ, ທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ