ການພົວພັນ ຫວຽດນາມ - ສິງກະໂປ ກ້າວເຂົ້າສູ່ສະຖຽນລະພາບ, ພັດທະນາທັງລວງກ້ວາງ ແລະ ລວງເລິກໃນທຸກໆຂົງເຂດ

(VOVWORLD) - ທີ່ການພົບປະ, 2 ຝ່າຍມີຄວາມເພິ່ງພໍໃຈກ່ຽວກັບບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນ ຫວຽດນາມ - ສິງກະໂປ ໃນໄລຍະຜ່ານມາ, ພິເສດແມ່ນ 5 ປີແຫ່ງການຜັນຂະຫຍາຍເນື້ອໃນ ຄູ່ຮ່ວມມືຍຸດທະສາດ.

ການພົວພັນ ຫວຽດນາມ - ສິງກະໂປ ກ້າວເຂົ້າສູ່ສະຖຽນລະພາບ, ພັດທະນາທັງລວງກ້ວາງ ແລະ ລວງເລິກໃນທຸກໆຂົງເຂດ - ảnh 1ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ເວລາ 16 ໂມງຕອນບ່າຍວັນທີ 25 ເມສາ, ຕາມເວລາທ້ອງຖິ່ນ, ຢູ່ວັງ Istana, ສຳນັກງານແຫ່ງລັດ ແລະ ລັດຖະບານ ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ພັນລະຍາໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ຢ່າງສົມກຽດ ທີ່ມາຢ້ຽມຢາມສິງກະໂປ ຢ່າງເປັນທາງການ.    

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ພັນລະຍາ ໄດ້ເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາເຂົ້າວັງ Istana. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສິງກະໂປ Halimad Yacob, ເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ພ້ອມກັບທ່ານ ຫຼີຊຽນຫຼົງ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງ 2 ຝ່າຍ 6 ສະບັບ.

        ທີ່ການພົບປະ, 2 ຝ່າຍມີຄວາມເພິ່ງພໍໃຈກ່ຽວກັບບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນ ຫວຽດນາມ - ສິງກະໂປ ໃນໄລຍະຜ່ານມາ, ພິເສດແມ່ນ 5 ປີແຫ່ງການຜັນຂະຫຍາຍເນື້ອໃນ ຄູ່ຮ່ວມມືຍຸດທະສາດ. ການຮ່ວມມື 2 ປະເທດກ້າວເຂົ້າສູ່ສະຖຽນລະພາບ, ພັດທະນາທັງລວງກ້ວາງ, ລວງເລິກໃນທຸກໆຂົງເຂດບົນພື້ນຖານການພົວພັນການເມືອງໜ້າໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ…

        ບົນຈິດໃຈນັ້ນ, ທີ່ການເຈລະຈາຄົບຄະນະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເຫັນດີເປັນເອກະພາບຮັກສາການພົວພັນການເມືອງທີ່ໜ້າໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນທັງທາງຝ່າຍພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົວພັນແລກປ່ຽນປະຊາຊົນປະຈຳ; ຕັ້ງໜ້າຈັດຕັ້ງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 05 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ພິເສດແມ່ນການເຄື່ອນໄຫວວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການປຶກສາຫາລື, ສົມທົບຫຼັກໝັ້ນ, ນະໂຍບາຍ; ເປີດກ້ວາງການຮ່ວມມືລະຫວ່າງພັກ, ແບ່ງປັນບົດຮຽນການຊີ້ນຳ, ການບໍລິຫານ, ການສ້າງສາ, ການຈັດຕັ້ງພັກ, ຕ້ານການສໍ້ລາດບັງຫຼວງ, ພົວພັນແລກປ່ຽນສະມາຊິກພັກໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນ.

        ໄປຄຽງຄູ່ກັບການຮ່ວມມືສອງຝ່າຍ, ນາຍົກລັດຖະມົນຕີ 2 ທ່ານກໍ່ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ ແລະ ກ້ວາງຂວາງ. ສອງຝ່າຍໄດ້ແບ່ງປັນວິໄສທັດ ແລະ ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີການຮ່ວມມືສອງຝ່າຍ ໃນບັນດາເວທີປາໄສສາກົນ, ພິເສດແມ່ນຍູ້ແຮງການຮ່ວມມືໃນຂົງເຂດ ອາຊຽນ, ອາແປກ, ສປຊ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສົມທົບກັບ ສິງກະໂປ ໃນປີ ອາຊຽນ 2018 ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນພາກພື້ນ, ມຸ່ງໄປເຖິງການສ້າງ ອາຊຽນ ໃຫ້ເປັນອົງການທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ, ສາມັກຄີ ແລະ ມີບົດບາດໃຈກາງຢູ່ພາກພື້ນ ແລະ ໃນໂລກ.

ແລະ ເນື່ອງໃນການຢ້ຽມຢາມຄັ້ງນີ້, 2 ປະເທດໄດ້ອອກຖະແຫຼງການຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ