(vovworld) - ຕອນບ່າຍວັນທີ 16/1, ຢູ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເປັນປະທານຈັດພິທີຕ້ອນຮັບນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງ ວັນທີ 16 – 17/1. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານ ນາຍົກລັດຖະມົນຕີ Shinzo Abe ໄດ້ດຳເນີນການເຈລະຈາ. ນາຍົກລັດຖະມົນຕີທັງ 2 ທ່ານໄດ້ເຫັນດີເປັນເອກະພາບສູງຕໍ່ບັນດາທິດທາງໃຫຍ່ ກໍ່ຄືບັນດາມາດຕະການລະອຽດ ເພື່ອສືບຕໍ່ເພີ່ມທະວີ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ພ້ອມທັງເປັນເອກະພາບຫຼາຍມາດຕະການ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເລີກເຊິ່ງຍິ່ງຂຶ້ນ ແລະ ປະກາດໄຂປີມິດຕະພາບຫວຽດນາມ - ຍີ່ປຸ່ນ 2013. ທີ່ການປະຊຸມຂ່າວພາຍຫຼັງການເຈລະຈາ, ທ່ານາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢັ້ງຢືນວ່າ:
“ເພື່ອເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ, ພວກຂ້າພະເຈົ້າໄດ້ເຫັນດີຄວນສືບຕໍ່ຮັກສາ ແລະ ເພີ່ມທະວີການຢ້ຽມຢາມ, ການພົບປະລະຫວ່າງຜູ້ນຳຂັ້ນສູງ 2 ປະເທດນຳກັນ ກໍ່ຄືການເຈລະຈາໃນທຸກຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດຢ່າງມີປະສິດທິຜົນ. ຫວຽດນາດ ຂອບອົກຂອບໃຈ ແລະ ຕີລາຄາສູງເລື່ອງ ຍີ່ປຸ່ນ ໄດ້ໜູນຊ່ວຍຫວຽດນາມ ຢ່າງຕັ້ງໜ້າໃນການພັດທະນາທາງດ້ານເສດຖະກິດ - ສັງຄົມໂດຍຜ່ານການຮ່ວມມື ODA ໃນ 20 ປີທີ່ຜ່ານມາ, ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາສືບຕໍ່ສະຫງວນ ທຶນ ODA ໃນລະດັບສູງໃຫ້ແກ່ຫວຽດນາມ. ມາຮອດປະຈຸບັນ, ຍອດຈຳນວນທຶນ ODA ທີ່ຍີ່ປຸ່ນ ໝັ້ນໝາຍໜູນຊ່ວຍພັດທະນາໃຫ້ແກ່ຫວຽດນາມ ແມ່ນ 1,7 ຕື້ USD”
ນາຍົກລັດຖະມົນຕີທັງ 2 ທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາບັນຫາສາກົນ, ພາກພື້ນ ກໍຄືບັນດາບັນຫາທັງ 2 ຝ່າຍຕ່າງມີຄວາມສົນໃຈ. ຫວຽດນາມ ແລະ ຍີ່ປຸ່ນກໍ່ຈະສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ຍີ່ປຸ່ນ. 2 ຝ່າຍຖືວ່າ: ທຸກປະເທດຄວນມີການຮ່ວມມືນຳກັນຢ່າງແໜ້ນແຟ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ມີລັກສະນະສ້າງສັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ, ແກ້ໄຂການພິພາດ ແລະ ບັນດາບັນຫາທີ່ເກີດຂຶ້ນຜ່ານການເຈລະຈາ ໂດຍສັນຕິ ບົນພື້ນຖານກົດໝາຍສາກົນ.
ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບ: VGP/Nguyên Linh)
ຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແມ່ນຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຍີ່ປຸ່ນ ຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ ໃນພາກພື້ນ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ເພີ່ມທະວີການຮ່ວມມືໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕຢູ່ຫວຽດນາມ.
ສ່ວນທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່ໄດ້ຢືນຢັນຄຳໝັ້ນສັນຍາຍົກສູງການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ກ່ວາອີກ, ພ້ອມທັງແໜ້ນໜັກວ່າ: ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ສົມທົບກັບ ຝ່າຍຫວຽດນາມ ປະຕິບັດຂໍ້ຕົກລົງຕ່າງໆຂອງການນຳຂັ້ນສູງ 2 ປະເທດ ຢ່າງມີປະສິດທິຜົນ, ພິເສດແມ່ນໃນການຜັນຂະຫຍາຍບັນດາໂຄງການເຊິ່ງລັດຖະບານ 2 ປະເທດໄດ້ລົງນາມ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຍີ່ປຸ່ນ - ຫວຽດນາມ ກ່ວາອີກ.