ການພົວພັນຍຸດທະສາດຫວຽດນາມ - ເວເນຢູເອລາ ຈະນັບມື້ນັບໝັ້ນຄົງ

ການພົວພັນຍຸດທະສາດຫວຽດນາມ - ເວເນຢູເອລາ ຈະນັບມື້ນັບໝັ້ນຄົງ - ảnh 1

(vovworld) - ຕອນ​ຄຳ່​ວັນ​ທີ 7/7. ກ່າວ​ຄວາມ​ເຫັນ​ໃນ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 203 ປີ ​ແຫ່ງ​ວັນ​ເອກະລາດ ສ ​ໂບລີ​ວາ ເວ​ເນ​ຢູ​​ເອລາ ​ແລະ 25 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ເວ​ເນ​ຢູ​​ເອລາ , ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ເວ​ເນ​ຢູ​​ເອລາ ປະຈຳ​ຫວຽດນາມ Jorge Rondon Uzcategui, ​​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ສາຍ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​​ເໜ້ນ​ແຟ້ນກວ່າ:

ຫວຽດນາມ ​ແລະ ເວ​ເນ​ຢູ​​ເອລາ​ໄດ້​ສ້າງ​ການ​ພົວພັນ​ ​ຢ່າງ​ໝັ້ນຄົງ, ​ເພາະວ່າ​ສອງ​ປະ​ເທດ​ໄດ້​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ ​ເພື່ອ​ຮັກສາ​ເສລີພາບ ກໍ່​ຄື​ຊອກ​ຫາ​ເສັ້ນທາງ​ດີ​ທີ່​ສຸດ​ເພື່ອ​ຄວາມ​ຈະ​ເລີ​ນໝັ້ນຄົງ​ຂອງ​ປະຊາຊົນ. ຮ່ວມ​ກັນ​ຕໍ່ສູ້​ເພື່ອ​ໂລກ​ແຫ່ງ​ຍຸຕິ​ທຳ, ສັນ​ຕິ​ພາບ ​ແລະ ກ້າວໜ້າ. ​ໃນ​ໄລຍະພຽງ​ສັ້ນໆ​ເທົ່າ​ນັ້ນ, ພວກ​ເຮົາ​ສາມາດ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ ​ແລະ ສ້າງ​ພື້ນຖານ​ແຫ່ງ​ການ​ຮ່ວມມື ​ເພື່ອ​ຜົນ​ປະ​ໂຫຍ​ດລວມຜ່ານ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ “.

ສ່ວນ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ຮ່າກິມງອກ ກໍ່​ຝາກ​ຄຳ​ອວຍພອນ​ເຖິງ​ ທ່ານ​ເອກ​ອັກຄະ​ລັດຖະທູດ ເວ​ເນ​ຢູ​​ເອລາ, ພ້ອມ​ທັງ​ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງ ເວ​ເນ​ຢູ​​ເອລາ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ອວຍພອນ​ໃຫ້​ປະຊາຊົນ ເວ​ເນ​ຢູ​​ເອລາ ​ໄດ້​ຮັບ​ຜົນສຳ​ເລັດ​ນັບ​ມື້​ນັບ​ໃຫຍ່​ຫຼວງ​ກວ່າ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ