ການພົວພັນມິດຕະພາບ ໄດ້ປະກອບສ່ວນອັນສຳຄັນ ໃຫ້ບັນດາຜົນສຳເລັດຂອງ ຫວຽດນາມ, ຈີນ
(ພິທີພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີ
ແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ຈິນ)
(vovworld) – “ການພົວພັນມິດຕະພາບໄດ້ປະກອບສ່ວນອັນສຳຄັນໃຫ້ບັນດາຜົນສຳເລັດຂອງ ຫວຽດນາມ, ຈີນ” ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ຈີນ ຢູ່ນະຄອນ ໂຮ່ຈີ໋ມິນ ເຢືອງກວານຮ່າ, ທີ່ພິທີພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ຈິນ ( 18/1/1950 -18/1/2014), ໃນຕອນຄໍ່າວັນທີ 16/1.
ທ່ານ ເຢືອງກວານຮ່າ ຖືວ່າໃນຊຸມປີມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈິນ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ….ໄດ້ມີບາດກ້າວພັດທະນາໃໝ່.
ສ່ວນທ່ານ ຊາຍວອນຢຸຍ, ຫົວໜ້າກົງສູນໃຫຍ່ແຫ່ງປະເທດ ຈີນ ປະຈຳນະຄອນ ໂຮ່ຈີ໋ມິນ ຢືນຢັນວ່າ:
“ ຈີນ ຫວຽດນາມ ລ້ວນແຕ່ແມ່ນປະເທດສັງຄົມນິຍົມມີອຸດົມການ ແລະ ຄວາມເຊື່ອໝັ້ນຮ່ວມໄດ້ນຳສອງພັກ ແລະ ປະຊາຊົນສອງປະເທດຫຍັບມໍ່ເຂົ້າກັນ. ປະຈຸບັນ, ກິດຈະການກໍ່ສ້າງສັງຄົມນິຍົມຂອງສອງປະເທດລ້ວນແຕ່ຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຮ່ວມ. ພວກເຮົາຕ້ອງຮັກສາຄວາມເຊື່ອໝັ້ນໃຫ້ໝັ້ນຄົງ, ເພີ່ມທະວີການແລກປ່ຽນບົດຮຽນໃນການກໍ່ສ້າງພັກ ແລະ ຄຸ້ມຄອງລັດ, ຊ່ວຍເຫຼືອ ແລະ ທອດຖອນບົດຮຽນເຊີ່ງກັນ ແລະ ກັນ, ເປັນສະຫາຍທີ່ດີຮ່ວມອຸດົມການຕະຫຼອດໄປ.”
ປີ 2013, ວົງເງິນການຄ້າສອງສົ້ນບັນລຸປະມານ 60 ຕື້ USD. ສອງປະເທດສູ້ຊົນຍົກຕົວເລກນີ້ໃຫ້ສູງກວ່າໃນໄລຍະຈະມາເຖີງ.