ການພົວພັນມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ ຈະມີບາດກ້າວ ພັດທະນາຢ່າງແຮງ
(ທ່ານປະທານປະເທດ ເຈືອງເຕິ໋ນຊາງ)
(vovworld) - ເນື່ອງໃນໂອກາດທີ່ທ່ານປະທານປະເທດ ເຈືອງເຕິ໋ນຊາງ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມທາງລັດຖະກິດກຳປູເຈຍ ໃນລະຫວ່າງວັນທີ 23 ແລະ 24/12, ຕາມຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດ ໂນໂຣດົມ ສີຫາໂມນີ, ກະສັດແຫ່ງລາຊະອານາຈັກກຳປູເຈຍ. ບັນດາໜັງສືພິມສຳຄັນຂອງກຳປູເຈຍ, ສະບັບອອກວັນທີ 21/12 ໄດ້ລົງພິມບົດຕອບສຳພາດຂອງທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ໃນໜ້າທຳອິດ.
ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ປັບປຸງສາຍພົວພັນໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງການນຳຫວຽດນາມກັບ ພະບາດສົມເດັດພະບໍລົມມະນຽດ ໂນໂຣດົມ ສີຫາໂມນີ ແລະ ບັນດາການນຳກຳປູເຈຍ, ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງຫວຽດນາມ - ກຳປູເຈຍ ເລິກເຊິ່ງຂຶ້ນຕື່ມ, ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງປະຊາຊົນສອງປະເທດ.
ເມື່ອຕີລາຄາກ່ຽວກັບການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຖືວ່າ, ປະຫວັດສາດໄດ້ຈົດຈຳຄວາມທຸກຍາກທັງໝົດທີ່ປະຊາຊົນສອງປະເທດໄດ້ພ້ອມກັນຜ່ານຜ່າ, ແລະຍາມໃດກໍ່ເສຍສະຫຼະເລືອດເນື້ອໃຫ້ແກ່ກັນ ເພື່ອເອກະລາດ ແລະ ອິດສະລະພາບຂອງແຕ່ລະປະເທດ. ມູນເຊື້ອນີ້ແມ່ນດີງາມທີ່ສຸດ ແລະ ແມ່ນຄວາມເອກອ້າງທະນົງໃຈອັນລຳ້ຄ່າ ເຊິ່ງປະຊາຊົນສອງປະເທດໄດ້ ແລະ ຈະປະກອບສ່ວນຮັກສາໄວ້ ແລະ ສືບທອດໃຫ້ລຸ້ນລູກລຸ້ນຫຼານ. ຕາມທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ແລ້ວ, ປະຈຸບັນຫວຽດນາມ ແລະ ກຳປູເຈຍມີຫຼາຍກາລະໂອກາດເພື່ອເຮັດໃຫ້ການພົວພັນສອງຝ່າຍນັບມື້ນັບພັດທະນາຢ່າງຈົບງາມ ແລະ ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຈືອງເຕິ໋ນຊາງຫວັງວ່າສອງປະເທດຈະສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ກໍ່ຄືການພົບປະລະຫວ່າງການນຳທຸກຂັ້ນ ເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນກວ່າອີກ.. ສອງປະເທດຄວນຮ່ວມມືສ້າງເງື່ອນໄຂຮ່ວມມືນຳກັນ, ເຮັດໃຫ້ການພົວພັນໃນທຸກຂົງເຂດເລິກເຊິ່ງກວ່າອີກ. ສອງປະເທດຊຸກຍູ້ການແລກປ່ຽນການຄ້າສອງຝ່າຍຂຶ້ນ 5 ຕຶ້ USD ໃນປີ 2015 ແລະ ປະຕິບັດວຽກງານປັກຫຼັກໝາຍຊາຍແດນທາງບົກ ເພື່ອກໍ່ສ້າງຊາຍແດນໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.