ການພົວພັນລັດເຊຍແລະອາເມລິກາພຽງແຕ່ເປັນຮູບປະທຳຄືນໃໝ່ພາຍຫຼັງການພົບປະ 2 ຝ່າຍຢ່າງເປັນທາງການ
ທ່ານ Dmitry Peskov, ເລຂາທິການດ້ານສື່ມວນຊົນ
|
(vovworld) - ມາຮອດປະຈຸບັນ, ການພົວພັນ ລັດເຊຍ - ອາເມລິກາ ຍັງບໍ່ທັນໄດ້ “ສ້າງເປັນຮູບປະທຳຄືນໃໝ່”, ຕ້ອງລໍຖ້າບັນດາການພົບປະທາງການທຳອິດໃນໄລຍະຈະມາເຖິງລະຫວ່າງ ມົດສະກູ ແລະ ວໍຊິງຕັນ. ຖະແຫຼງການຂອງທ່ານ Dmitry Peskov, ເລຂາທິການດ້ານສື່ມວນຊົນ ຂອງທ່ານປະທານາທິບໍດີ ລັດເຊຍ, ທີ່ຍົກອອກມາໃນວັນທີ 15/2 ຖືວ່າ: ມາຮອດປະຈຸບັນ, ການພົວພັນ ລັດເຊຍ - ອາເມລິກາ ຍັງບໍ່ທັນເປັນຮູບປະທຳຄືນໃໝ່ເທື່ອ, 2 ຝ່າຍພຽງແຕ່ແລກປ່ຽນບັນດາຄຳຖະແຫຼງກ່ຽວກັບເລື່ອງສ້າງການພົວພັນເຊິ່ງປະຈຸບັນພວມຕົກຢູ່ໃນສະພາບມືດມົວເທົ່ານັ້ນ. ທ່ານຖືວ່າ ໃນສະພາບການດັ່ງກ່າວບໍ່ຄວນຟ້າວຝັ່ງ. ຊ້ຳບໍ່ໜຳ, ປະຈຸບັນ, ທ່ານປະທານາທິບໍດີ Trump ພວມປັບປຸງອຳນາດການປົກຄອງໃຫ້, ດັ່ງນັ້ນ ຄວນລໍຖ້າຈົນຮອດເວລາທີ່ກົງຈັກອຳນາດການປົກຄອງໃໝ່ຂອງເສດຖີເງິນຕື້ຜູ້ນີ້ໄດ້ຮັບການສ້າງຕັ້ງຢ່າງຄົບຖ້ວນ ແລະ ເມື່ອ ມົດສະກູ ແລະ ວໍຊິງຕັນ ເລີ່ມຕົ້ນການພົບປະທາງການທຳອິດໃນໄລຍະຈະມາເຖິງ.