ການພົວພັນລະຫວ່າງຫວຽດນາມແລະຍີ່ປຸ່ນຈະພັດທະນາຢ່າງແຮງກວ່າ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກ່າວຄຳເຫັນຕໍ່
ນັກຂ່າວ
|
(vovworld)- ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນບ່າຍວັນທີ 15/9, ພາຍຫລັງການເຈລະຈາຂັ້ນສູງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຢູ່ ທຳນຽບນາຍົກລັດຖະມົນຕີ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ມີການພົບປະກັບນັກຂ່າວ ຫວຽດນາມ ແລະ ຍີ່ປຸ່ນ. ການນຳສອງທ່ານ ເຊ່ືອໝັ້ນວ່າ: ພາຍຫລັງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະພັດທະນາຢ່າງແຮງ, ຮອບດ້ານ ແລະ ເລິກເຊິ່ງກ້ວາງຂວາງກວ່າ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ:
“ຂ້າພະເຈົ້າຖືເປັນສຳຄັນການພົວພັນກັບຫວຽດນາມ. ຂ້າພະເຈົ້າເລືອກເຟັ້ນຫວຽດນາມ ແມ່ນປະເທດທຳອິດທີ່ຂ້າພະເຈົ້າໄປຢ້ຽມຢາມພາຍຫລັງໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄືນໃຫມ່. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາເປັນຫລາຍຮູບຫລາຍແບບໃນທຸກຂົງເຂດ, ບົນຈິດໃຈຄູ່ຮ່ວມມືຍຸດທະສາດ. ໃນການເຈະລາຄັ້ງນີ້ ສອງຝ່າຍໄດ້ເຫັນດີຮັບຮອງເອົາຖະແຫລງການຮ່ວມ ກຳນົດທິດຮ່ວມມືໃນໄລຍະຈະມາເຖິງ ດ້ວຍການປະຕິບັດບັນດາໂຄງການລະອຽດ, ສະແດງໃຫ້ເຫັນການພົວພັນຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່າງເລິກເຊິ່ງກວ້າງຂວາງ.”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ບໍ່ພຽງແຕ່ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເທົ່ານັ້ນ ຫາກກ່ອນອື່ນໝົດແມ່ນການພົວພັນລະຫວ່າງບັນດາເພື່ອນມິດທີ່ຈິງໃຈ.
“ການຢ້ຽມຢາມຍີ່ປຸ່ນ ຄັ້ງນີ້ ແມ່ນເພື່ອສືບຕໍ່ຊຸກຍູ້ການພັດທະນາຮອບດ້ານ ແລະ ເລິກເຊິ່ງກວ່າ. ພວກຂ້າພະເຈົ້າຂອບອົກຂອບໃຈການຊ່ວຍເຫລືອຂອງປະຊາຊົນ ຍີ່ປຸ່ນ, ລັດຖະບານ ຍີ່ປຸ່ນ ພິເສດໃນຂົງເຂດ ຊ່ວຍເຫລືອ ທຶນ ODA. ຫວຽດນາມ ສະຫນັບສະຫນູນ ຍີ່ປຸ່ນ ໃນການປະກອບສ່ວນນັບມື້ນັບຕັ້ງຫນ້າໃຫ້ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.”