ການພົວພັນລະຫວ່າງອາບການນິດສະຖານ-ອາເມລິກາເກີດຄວາມເຄັ່ງຕຶງຂຶ້ນຕື່ມຍ້ອນບັນຫາປ່ອຍຕົວນັກໂທດTaliban

ການພົວພັນລະຫວ່າງອາບການນິດສະຖານ-ອາເມລິກາເກີດຄວາມເຄັ່ງຕຶງຂຶ້ນຕື່ມຍ້ອນບັນຫາປ່ອຍຕົວນັກໂທດTaliban - ảnh 1
ນັກໂທດຕາລີບານ ຢູ່ຄຸກBagram.
(ພາບ: Reuters)


(vovworld) – ການ​ພົວພັນ​ລະຫວ່າງ ອາບ​ກາ​ນິດ​ສະຖານ ​- ອາ​ເມ​ລິ​ກາ ສືບ​ຕໍ່​ເຄັ່ງ​ຕຶງ ​ໃນ​ຂະນະ​ທີ່​ວັນ​ທີ 13/2, ອຳນາດ​ການ​ປົກ​ຄອງ Kabul ປ່ອຍ​ຕົວ​ມື​ປືນ Taliban 65 ຄົນ​ທີ່​ຖືກ​ກັກ​ຂັງ​ຢູ່​ຄຸກ Bagram, ​ໂດ​ຍບໍ່​ຫົວຊາ​ຕໍ່​ຄຳ​ກ່າວ​ເຕືອນ​ຂອງ ວໍ​ຊິງ​ຕັນ​ກ່ຽວ​ກັບ​​ໄພ​ບາງ​ບຸກຄົນ​ນີ້​ຈະ​ກັບ​ຄືນ​ສູ່​ສະໜາມຮົບ​ບຸກ​ໂຈມ​ຕີ​ກຳລັງ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ​ໂດຍ Nato ນຳ​ໜ້າ​ຢູ່​ປະ​ເທດ​ນີ້.

    ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ດັ່ງກ່າວ​ໃນ​ການຕອບ​ສຳພາດ​ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີ ປາ​ກິດ​ສະຖານ ​ແລະ ທ່ານ​ປະທານ​າທິບໍດີ ຕວກກີ ທີ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ຢູ່ Ankara, ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai ຖື​ວ່າ: ​ເລື່ອງ​ວົງ​ການ​ຕຸລາການ​ປະ​ເທດ​ນີ້​ປ່ອຍ​ຕົວ​ເປັນ​ອິດສະຫຼະ​ໃຫ້​ນັກ​​ໂທ​ດບໍ່​ກ່ຽວຂ້ອງ​ເຖິງ ອາ​ເມ​ລິ​ກາ. ທ່ານ Karzai ສະ​ແດງ​ຄວາມ​ຫວັງ​ຢາ​ກ​ໃຫ້​ອຳນາດ​ການ​ປົກຄອງ ວໍ​ຊິງ​ຕັນ ຈະ​ຢຸດຕິ​ການ​ແຊກ​ແຊງ​ເຂົ້າ​ບັນຫາ​ພາຍ​ໃນ​ຂອງ ອາບ​ກາ​ນິດ​ສະຖານ ​ແລະ​ ​ເຄົາລົບ​ນັບຖື​ອະທິປະ​ໄຕ​ຂອງ​ປະ​ເທດ​ນີ້. ປະຕິກິລິຍາ​ກ່ຽວ​ກັບ​ເລື່ອງ ອາບ​ກາ​ນິດ​ສະຖານ ປ່ອຍ​ຕົວ​ເປັນ​ອິດສະຫຼະ​ໃຫ້​ບັນດາ​ມືປືນ Taliban, ອາ​ເມ​ລິ​ກາ ຕຳ​ນິຕິ​ຕຽນ​ຢ່າງ​ແຮງ ​ແລະ ຖື​ວ່າ ລັດຖະບານ ອາບ​ກາ​ນິດສະຖານ ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ໝາກຜົນ​ຂອງ​ຄຳ​ຕັດສິນ, ພ້ອມ​ທັງ​ຊຸກ​ຍູ້ Kabul ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຮັບປະກັນ​ບັນດາບຸກຄົນ​ຖືກ​ປ່ອຍ​ຕົວ​ບໍ່​ສືບ​ຕໍ່​ມີ​ການ​ກະທຳ​ໃຊ້​ຄວາມ​ຮຸ​ນ​ແຮງ ຫຼື ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ