ການພົວພັນຫວຽດນາມແລະອາເມລິກາເຕັມໄປດ້ວຍສິ່ງທ້າທາຍແຕ່ກາລະໂອກາດກໍ່ບໍ່ແມ່ນໜ້ອຍ
ຟ້າມຮວນ,ຫວູເຮີບ/ນັກຂ່າວVOVປະຈຳອາເມລິກາ -  
ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ
|
(vovworld) - ການພົວພັນ ຫວຽດນາມ ແລະ ອາເມລິກາ ເຕັມໄປດ້ວຍສິ່ງທ້າທາຍແຕ່ກາລະໂອກາດກໍ່ບໍ່ແມ່ນໜ້ອຍ - ນັ້ນແມ່ນຄຳເຫັນຂອງທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ, ໃນຈຸດເວລາທີ່ປະເທດ ອາເມລິກາ ມອບສົ່ງສິດອຳນາດໃຫ້ທ່ານປະທານາທິບໍດີຄົນໃໝ່ Donald Trump. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ, ໃຫ້ຮູ້ວ່າ: ການພົວພັນ ຫວຽດນາມ ແລະ ອາເມລິກາ ໃນຕະຫລອດ 20 ປີທີ່ຜ່ານມາມີການພັດທະນາຫຼາຍທີ່ສຸດ, ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານໃນທຸກໆຂົງເຂດ:
“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຮອບດ້ານນັ້ນແມ່ນເພື່ອຜົນປະໂຫຍດຂອງທັງ 2ປະເທດ ແລະ ຈະສືບຕໍ່ພັດທະນາ. ພວກຂ້າພະເຈົ້າອາດສາມາດເຫັນໄດ້ວ່າ ການພົວພັນເສດຖະກິດ, ການພົວພັນດ້ານການຄ້າໄດ້ຮັບໃຊ້ຜົນປະໂຫຍດຂອງທັງປະເທດ ຫວຽດນາມ ແລະ ອາເມລິກາ ກໍ່ຄືສ້າງກຳລັງໜູນໃຫ້ແກ່ການພັດທະນາຢູ່ພາກພື້ນ. ດ້ວຍການຄ້າຈາກ 500 ລ້ານ USD ເພີ່ມຂຶ້ນ 50 ຕື້ USD ໄດ້ສະແດງໃຫ້ເຫັນລວງເລິກຂອງການພົວພັນດ້ານການຄ້າ. ການພົວພັນ 2 ປະເທດໄດ້ຮັບການເປີດກ້ວາງໃນທຸກໆຂົງເຂດຄືໄດ້ວາງອອກໃນການພົວພັນຄູ່ຮ່ວມມືຮອບດ້ານ. ຖ້າວ່າພວກເຮົາເບິ່ງຄືນຫຼັງ ສາມາດເຫັນວ່າ ປະທານາທິບໍດີໃນ 3 ສະໄໝຜ່ານມາ, ຈາກປະທານາທິບໍດີ Clinton, Bush ແລະ Obama ລ້ວນແຕ່ມາຢ້ຽມຢາມ ຫວຽດນາມ. ຍິ່ງກ່ວານັ້ນ, ນອກຈາກການຮ່ວມມື 2 ຝ່າຍແລ້ວ. 2 ປະເທດຍັງມີຫຼາຍຂອບເຂດການຮ່ວມມືຮັບໃຊ້ໃຫ້ຜົນປະໂຫຍດຂອງຕົນ, ຮັບໃຊ້ໃຫ້ຜົນປະໂຫຍດຂອງພາກພື້ນໃນບັນດາການພົບປະແລກປ່ຽນເວທີປາໄສ 2 ຝ່າຍ ແລະ ຫຼາຍຝ່າຍ.”
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ຖືວ່າ ອາເມລິກາ ບໍ່ອາດຖອນອອກຈາກ ອາຊີ - ປາຊີຟິກ, ແລະ ຕ້ອງມີຜົນປະໂຫຍດຢູ່ທະເລຕາເວັນອອກໄດ້. ອາເມລິກາ ຈະຍາດແຍ່ງກາລະໂອກາດໄດ້ຈາກບັນດາປະເທດ, ບັນດາປະເທດໃຫຍ່ອື່ນ ແລະ ບັນດາປະເທດໃນພາກພື້ນກໍ່ຈະຍາດແຍ່ງເຊິ່ງກັນ ແລະ ກັນນັ້ນແມ່ນພ້ອມກັນຮ່ວມມືນຳກັນ.
ຟ້າມຮວນ,ຫວູເຮີບ/ນັກຂ່າວVOVປະຈຳອາເມລິກາ