ການ​ພົວ​ພັນ​ຮ່ວມ​ມື​ ​ລະ​ຫວ່າງ ຫວຽດ​ນາມ - ບ​ຣາ​ຊິນ ມີ ​ໂອ​ກາດ​ສືບ​ຕໍ່​ພັດ​ທະ​ນາຫຼາຍຢ່າງ

(VOVWORLD) -ຕາມການຕີລາຄາຂອງ ທ່ານ ໂດບ໊າຄວາແລ້ວ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບຣາຊິນ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມໃນດ້ານຕ່າງໆຄື ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ເສີມຂະຫຍາຍມູນເຊື້ອສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ. 

ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ - ບຣາຊິນ ມີ ໂອກາດສືບຕໍ່ພັດທະນາຫຼາຍຢ່າງ ນີ້ແມ່ນຂໍ້ສັງເກດ ຂອງ ທ່ານ ໂດບ໊າຄວາ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ບຣາຊິນ, ທີ່ການພົບປະທ້າຍປີ ກັບບັນດານັກຂ່າວ ຢູ່ບຣາຊິນ ໃນ ກຸ່ມ “ການສື່ສານ ແລະ ບັນດາເພື່ອນມິດ ຂອງ ຫວຽດນາມ”, ໃນວັນທີ 20 ທັນວາ. ທີ່ການພົບປະ, ທ່ານ ເອກອັກຄະລັດຖະທູດ ໂດບ໊າຄວາ ໄດ້ແຈ້ງໃຫ້ບັນດານັກຂ່າວຮັບຊາບ ຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມໃນປີ 2019, ຖືວ່າ ປີ 2020, ແນ່ນອນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ໃນເສັ້ນທາງແຫ່ງການປ່ຽນແປງໃໝ່, ເຊິ່ງເຄີບປະສົບຜົນສຳເລັດມາແລ້ວໃນໄລຍະ 30 ປີທີ່ຜ່ານມາ.

        ຕາມການຕີລາຄາຂອງ ທ່ານ ໂດບ໊າຄວາແລ້ວ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບຣາຊິນ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມໃນດ້ານຕ່າງໆຄື ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ເສີມຂະຫຍາຍມູນເຊື້ອສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ. ດ້ວຍມູນຄ່າການຄ້າສອງສົ້ນບັນລຸໄດ້ເກືອບ 5 ຕື້ USD ໃນປີ 2019, ການພົວພັນຮ່ວມມືດ້ານເສດຖະກິດການຄ້າສືບຕໍ່ແມ່ນຈຸດພົ້ນເດັ່ນ. ພ້ອມກັບບັນດາໂຄງການປະຕິຮູບຂອງລັດຖະບານ ຂອງທ່ານປະທານາທິບໍດີ Jair Bolsonaro, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດມີໂອກາດຫຼາຍຢ່າງເພື່ອສືບຕໍ່ເປີດກ້ວາງ ແລະ ເພີ່ມເຕີ່ມໃຫ້ແກ່ກັນເພື່ອພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ