ການພົວພັນຮ່ວມມື ຫວຽດນາມ - ອັງກິດ ມີແງ່ຫວັງຫລາຍຢ່າງ
ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ
(ພາບ: vietnam+)
(vovworld) – ວັນທີ 17/01 ກ່າວຄຳເຫັນທີ່ການພົບປະປະຈຳປີຂອງ ເຄືອຂ່າຍ ຫວຽດນາມ - ອັງກິດ (vietnam – Uk Network), ຢູ່ສຳນັກງານສະພາສູງ ອັງກິດ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ສະແດງຄວາມປະເອີບໃຈ ແງ່ຫວັງການພົວພັນຮ່ວມມື ຫວຽດນາມ - ອັງກິດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງບັນດາສະມາຊິກເຄືອຂ່າຍ ຫວຽດນາມ - ອັງກິດ ໄດ້ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.
ສ່ວນທ່ານ Alok Sharma ລັດຖະມົນຕີການຕ່າງປະເທດ ອັງກິດ ທັງຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ຢືນຢັນວ່າ ນັບຕັ້ງແຕ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2010 ມາຮອດປະຈຸບັນ, ການພົວພັນຮ່ວມມືລະຫວ່າງ ອັງກິດ ແລະ ຫວຽດນາມ ໄດ້ເພີ່ມທະວີຢ່າງແຮງ. ຕາມທ່ານແລ້ວ ຄວາມານະພະຍາຍາມໝູນໃຊ້ບັນດາໂອກາດພັດທະນາຢ່າງໃຫຍ່ຫລວງລະຫວ່າງ ອັງກິດ ແລະ ຫວຽດນາມ ສາມາດປະກອບສ່ວນຊຸກຍູ້ການເຕີບໂຕພື້ນຖານເສດຖະກິດ ອາຊີ - ປາຊີຟິກ.