ທ່ານ Lászlo Trócsanyi, ລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ທ່ານ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ
|
(vovworld) – ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຮູງກາຣີ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ - ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ ໃນການຕ້ອນຮັບທ່ານ Lászlo Trócsanyi, ລັດຖະມົນຕີວ່າການກະຊວງຍຸຕິທຳ ຮູງກາຣີ ໃນຕອນບ່າຍວັນທີ 15/3, ຢູ່ ຮ່າໂນ້ຍ. ທ່ານ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ໄດ້ຊີ້ແຈ້ງວ່າ: ດ້ວຍຖານະເປັນສະມາຊິກ ສະຫະພາບ ເອີລົບ (EU), ຮູງກາຣີ ຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອີຢູ ຢ່າງບໍ່ຢຸດຢັ້ງ. ແຕ່ປີ 2011 ມາຮອດປະຈຸບັນ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ບັນດາອົງການກ່ຽວຂ້ອງຂອງ ຮູງກາຣີ ໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ. ທ່ານ ເຈີ່ນດ້າຍກວາງ ຫວັງວ່າ: ໃນໄລຍະຈະມາເຖິງ, ບັນດາອົງການກ່ຽວຂ້ອງຂອງ 2 ປະເທດຄວນເພີ່ມທະວີຍູ້ແຮງການຮ່ວມມື, ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ແບ່ງປັນບົດຮຽນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັບປະກັນ, ຮັກສາຄວາມສະຫງົບແຫ່ງຊາດ.
ສ່ວນທ່ານ Lászlo Trócsanyi, ລັດຖະມົນຕີວ່າການກະຊວງຍຸຕິທຳ ຮູງກາຣີ ໄດ້ຢັ້ງຢືນວ່າ: ກະຊວງຍຸຕິທຳ ຮູງກາຣີ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບກະຊວງຕຳຫຼວດ ຫວຽດນາມ ໃນທຸກໆຂົງເຂດໃຫ້ກ້າວເຂົ້າສູ່ລວງເລິກ.