ການພົວພັນຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ກູຍບາ

ການພົວພັນຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ກູຍບາ - ảnh 1
ພາບປະກອບ

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ແນວ​ຄິດ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ຍບາ ​ໂດຍ​ທ່ານ Rolando Alfonso Borges, ກຳມະການ​ສູນ​ກາງ ພັກ​, ຫົວໜ້າ​ຄະນະ​ນຳ​ໜ້າ, ມາ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​ ​ແຕ່​ວັນ​ທີ 15 – 21/9/2013. ຕອນ​ບ່າຍ​ວັນ​ທີ 17/9, ທີ່​ການ​ຕ້ອນຮັບ​ຄະນະ​, ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມື​ອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ​ສະພາບ​ການ ​ແລະ ​ເງື່ອນ​ໄຂ​ຂອງ​ແຕ່ລະ​ປະ​ເທດ​ແຕກ​ຕ່າງ​ກັນ​ກໍ່ຕາມ​ແຕ່ 2 ພັກ, 2 ຊາດ ຫວຽດນາມ ​ແລະ ກູ​ຍບາ ຍາມ​ໃດ​ກໍ່​ຢືດໝັ້ນ​ເສັ້ນທາງ​ກ້າວ​ຂຶ້ນ​​ສັງ​ຄົມ​ນິຍົມ. ທ່ານ ດິງ​​ເທ໋ຮິງ ສະ​ເໜີ​ວ່າ: ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ແລກປ່ຽນ​ຊອກ​ຫາ​ມາດ​ຕະການ​ຮ່ວມ​ມື​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບ​ສະພາບ​ການ​ຂອງ​ໂລກ​ໃນ​ປະຈຸ​ບັນ ​ແລະ ​ເງື່ອນ​ໄຂ​ລະອຽດ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ຖານອ້າຍ​ນ້ອງ, ການ​ຮ່ວມ​ມື​ຮອບດ້ານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ 2 ພັກ ​ແລະ 2 ປະ​ເທດ.

ຂ່າວ/ບົດ​ອື່ນ