ການມອບລາງວັນການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 47 ໃຫ້ເຍົາວະຊົນ,ອະນຸຊົນ

(VOVWORLD) -   ບັນດາແນວຄວາມຄິດໂດຍພວກນ້ອງເລືອກຫຼາຍທີ່ສຸດໃນການເສັງຂຽນຈົດໝາຍສາກົນ UPU ປີນີ້ ແມ່ນເພື່ອ “ສົ່ງສານເຖິງຜູ້ອ່ານ” ລວມມີສານຕິດພັນກັບບັນດາບັນຫາໃຫຍ່ເຊິ່ງໂລກຕ້ອງປະເຊີນໜ້າ

ການມອບລາງວັນການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 47 ໃຫ້ເຍົາວະຊົນ,ອະນຸຊົນ - ảnh 1ຜູ້ຮັບລາງວັນທີໜຶ່ງໃນການເສັງຂຽນຈົດໝາຍ

(ພາບ:QĐND)

ຕອນເຊົ້າວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ, ກະຊວງສຶກສາ ແລະ ບຳລຸງສ້າງ ແລະ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງພິທີມອບລາງວັນການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 47 (2018) ໂດຍພັນທະມິດໂທລະຄົມມະນາຄົມໂລກ (UPU) ຈັດຕັ້ງ.

        ບັນດາແນວຄວາມຄິດໂດຍພວກນ້ອງເລືອກຫຼາຍທີ່ສຸດໃນການເສັງຂຽນຈົດໝາຍສາກົນ UPU ປີນີ້ ແມ່ນເພື່ອ “ສົ່ງສານເຖິງຜູ້ອ່ານ” ລວມມີສານຕິດພັນກັບບັນດາບັນຫາໃຫຍ່ເຊິ່ງໂລກຕ້ອງປະເຊີນໜ້າຄື: ກ່າວເຕືອນກ່ຽວກັບການທຳລາຍສິ່ງແວດລ້ອມ ແລະ ຮຽກຮ້ອງໃຫ້ປົກປັກຮັກສາສິ່ງແວດລ້ອມຢ່າງຮີບດ່ວນ; ປົກປ້ອງສັນຕິພາບ, ຕ້ານສົງຄາມ… ນ້ອງ ເຈີ່ນແທງອຽນ, ນັກຮຽນຫ້ອງມໍ 3, ໂຮງຮຽນມັດທະຍົມຕອນຕົ້ນ ກິມດົ່ງ, ເມືອງ ຫາຍເຈົາ, ນະຄອນ ດ່ານັ້ງ, ຜູ້ຄ້ວາໄດ້ລາງວັນທີ 2 ຂອງການເສັງແບ່ງປັນວ່າ:

        “ເມື່ອໄດ້ຮັບຂ່າວກ່ຽວກັບການເສັງຂຽນຈົດໝາຍ UPU ຄັ້ງທີ 47, ນ້ອງໄດ້ຕັດສິນໃຈຂຽນກ່ຽວກັບຊີວິດຂອງທ່ານໝໍຍິງ ດັ້ງຖຸ່ຍເຈີມ ຜ່ານຄວາມຮູ້ສຶກຂອງນ້ອງເອງ. ຜ່ານຈົດໝາຍ ນ້ອງຢາກສົ່ງສານສັນຕິພາບ ນັ້ນແມ່ນຄວາມມຸ່ງມາດປາດຖະໜາບໍ່ວ່າຂອງປະເທດໃດໆໃນໂລກ.”

        ໝາກຜົນຂອງການເສັງຄັ້ງນີ້ມີ: 1 ລາງວັນທີ 1, 3 ລາງວັນທີ 2, 5 ລາງວັນທີ 3, 30 ລາງວັນຊົມເຊີຍ, 61 ລາງວັນຜູ້ຂຽນມີແງ່ຫວັງ ພ້ອມກັບລາງວັນພິເສດສຳລັບຜູ້ມີອາຍຸນ້ອຍສຸດ ແລະ ນັກຮຽນຄົນພິການ 4 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ