ການຢ້ຽມຢາມ ສິງກະໂປ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ບັນລຸຜົນສຳເລັດ

(VOVWORLD) - ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ຜ່ານການຢ້ຽມຢາມຄັ້ງນີ້, ລະດັບຄວາມໄວ້ເນື້ອເຊື່ອໃຈສູງໃນການພົວພັນລະຫວ່າງ 2 ປະເທດພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ
ການຢ້ຽມຢາມ ສິງກະໂປ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ບັນລຸຜົນສຳເລັດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 32 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ບັນລຸຜົນສຳເລັດໃນຫຼາຍດ້ານ - ນັ້ນແມ່ນການຢັ້ງຢືນຂອງທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເມື່ອຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບໝາກຜົນຂອງການຢ້ຽມຢາມສິງກະໂປຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32.

        ຕາມທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ແລ້ວ, ຜ່ານການຢ້ຽມຢາມຄັ້ງນີ້, ລະດັບຄວາມໄວ້ເນື້ອເຊື່ອໃຈສູງໃນການພົວພັນລະຫວ່າງ 2 ປະເທດພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມທະວີ. 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພິເສດແມ່ນຄວາມໝັ້ນຄົງທາງອີນເຕີເນັດ; ສ້າງສາ ອາຊຽນ ສາມັກຄີ, ກຸ້ມຕົນເອງ, ມີຫົວຄິດປະດິດສ້າງ, ຮັກສາບົດບາດໃຈກາງໃນໂຄງປະກອບພາກພື້ນ. 2 ຝ່າຍແບ່ງປັນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ແມ່ນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການການທູດ ແລະ ນິຕິກຳ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ສະໜັບສະໜູນຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ປະຕິບັດສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ມີລັກສະນະຜູກມັດໂດຍໄວ.

ການຢ້ຽມຢາມ ສິງກະໂປ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ບັນລຸຜົນສຳເລັດ - ảnh 2 ການນຳບັນດາປະເທດ ອາຊຽນ ທີ່ກອງປະຊຸມສຸດຍອດ ອາຊຽນ 32

        ກ່ຽວກັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 32, ທ່ານຮອງລັດຖະມົນຕີ ຫງວຽນກວກຢູ້ງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ສະພາບການຢູ່ທະເລຕາເວັນອອກ ສືບຕໍ່ແມ່ນຫົວຂໍ້ໄດ້ຮັບຄວາມເອົາໃຈໃສ່, ແລກປ່ຽນຈາກບັນດາປະເທດ. ບັນດາການນຳ ອາຊຽນ ສືບຕໍ່ຢັ້ງຢືນ ເລື່ອງຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ