ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຈະສ້າງກຳລັງດັນຍູ້ສຳຄັນນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ເມື່ອຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ເນື່ອງໃນໂອກາດການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະລິນຍາເອກ Vladimir Buianov, ປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ, ໄດ້ຕີລາຄາສູງບັນດາຜົນງານອັນດີງາມຂອງການພົວພັນລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ.

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຈະສ້າງກຳລັງດັນຍູ້ສຳຄັນນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1 ທ່ານປະລິນຍາເອກ Vladimir Buianov, ປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ

(ພາບ: TTXVN)

ເມື່ອເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມສະຫະພັນລັດເຊຍ ໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານປະລິນຍາເອກ Vladimir Buianov ຢືນຢັນວ່າ: ຫວຽດນາມ ຖືລັດເຊຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ ແລະ ກົງກັນຂ້າມລັດເຊຍ ຈັດໃຫ້ຫວຽດນາມ ຢູ່ໃນທີ່ຕັ້ງສຳຄັນແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະນັ້ນຄວາມຕ້ອງການເປີດກວ້າງ ແລະ ເພີ່ມທະວີການຮ່ວມມືແມ່ນເລີ່ມມາຈາກທັງ 2 ຝ່າຍ. ທ່ານປະລິນຍາເອກ Vladimir Buianov ເຊື່ອໝັ້ນວ່າ, ການຢ້ຽມຢາມຈະນຳມາເຊິ່ງບັນດາປະສິດທິຜົນໃໝ່ນັບທັງດ້ານການເມືອງ ແລະ ເສດຖະກິດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສືບຕໍ່ໄດ້ຮັບການປັບປຸງ, ການພົວພັນຮ່ວມມື 2 ຝ່າຍຈະໄດ້ຮັບການເປີດກວ້າງ ແລະ ເພີ່ມທະວີ. ທ່ານປະລິນຍາເອກຖືວ່າ, ໄລຍະໃໝ່ທີ່ດີຂອງໃນການພົວພັນຮ່ວມມືລະຫວ່າງ 2 ປະເທດພວມໄດ້ຮັບການເປີດກວ້າງ, ໃນນັ້ນ 2 ຝ່າຍເອົາໃຈໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ