(ປະທານສະພາແຫ່ງຊາດ
ຫງວຽນຊິງຮຸ່ງ ຢ້ຽມຢາມໂປໂລຍ)
(vovworld) - ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ວັນທີ 17/03, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການໄປຢ້ຽມຢາມສະຫະພັນລັດເຊຍ, ສ.ສະຫະພັນເຢຍລະມັນ ແລະ ສ.ໂປໂລຍ ເປັນທາງການຢ່າງຈົບງາມ. ເມື່ອຕອບສຳພາດວົງການສື່ມວນຊົນກ່ຽວກັບໝາກຜົນທີ່ພົ້ນເດັ່ນຂອງການໄປຢ້ຽມຢາມ, ທ່ານຫົວໜ້າຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດ ເຈີນວັນຮັ່ງ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ. ນອກຈາກຄວາມໝາຍທາງດ້ານການເມືອງແລ້ວ, ການຢ້ຽມຢາມຍັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບການຕີລາຄາສູງຈາກສະຫະພັນລັດເຊຍ, ສ.ສະຫະພັນເຢຍລະມັນ ແລະ ສ.ໂປໂລຍອີກດ້ວຍ. ການນຳຂັ້ນສູງ 3 ປະເທດ ໄດ້ຍົກອອກຫຼາຍເນື້ອໃນເພື່ອແນໃສ່ຍູ້ແຮງການຮ່ວມມືຮອບດ້ານນັບທັງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບທີ່ມີຕໍ່ຫວຽດນາມ. ບັນດາຝ່າຍໄດ້ເປັນເອກະພາບນຳກັນແລກປ່ຽນທັດສະນະ, ແບ່ງປັນບົດຮຽນ ແລະ ສະໜັບສະໜູນຫຼັກໝັ້ນຂອງກັນບົນເວທີປາໄສສາກົນ. ທ່ານ ເຈີນວັນຮັ່ງ ໃຫ້ຮູ້ວ່າ.
“ຢູ່ລັດເຊຍ, ໃນການພົບປະຕ່າງໆກັບປະທານສະຫະພັນລັດເຊຍ, ປະທານສະພາສູງລັດເຊຍ, ທ່ານນາຍົກລັດຖະມົນຕີ Medvedev, 2 ຝ່າຍໄດ້ເປັນເອກກະພາບນຳກັນເປັນຢ່າງສູງນັ້ນແມ່ນ ຍາມໃດກໍສະໜັບສະໜູນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ໃນເວທີປາໄສສາກົນ, ພິເສດແມ່ນຝ່າຍລັດເຊຍ ກໍເຫັນດີຕໍ່ທັດສະນະຫຼັກໝັ້ນຂອງພວກເຮົາ, ແກ້ໄຂບາງບັນຫາກ່ຽວກັບການພິດພາດກັນຢູ່ທະເລຕາເວັນອອກ. ຢູ່ ໂປໂລຍ, 2 ຝ່າຍໄດ້ຕົກລົງສ້າງບັນດາຫຼັກການທີ່ເປັນພື້ນຖານ, ກ້າວໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບໂປໂລຍ ແລະ ປະທານາທິບໍດີໂປໂລຍ ກໍໄດ້ຮັບຄຳເຊີນຈະມາຢ້ຽມຢາມຫວຽດນາມໃນທ້າຍປີ 2013 ນີ້. ຝ່າຍໂປໂລຍ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດສຳຄັນຍິ່ງໃນຍຸດທະສາດການຕ່າງປະເທດຂອງໂປໂລຍ ທັງແມ່ນຂົວເຊື່ອມຕໍ່ເພື່ອໃຫ້ໂປໂລຍ ເປີດກວ້າງການຮ່ວມມືກັບບັນດາປະເທດອາຊຽນ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້”.
ທີ່ການຢ້ຽມຢາມ ສ.ສະຫະພັນເຢຍລະມັນ, 2 ຝ່າຍໄດ້ກຳນົດຢ່າງຈະແຈ້ງ 8 ເນື້ອໃນລະອຽດເຊິ່ງຫວຽດນາມ ແລະ ສ.ສະຫະພັນເຢຍລະມັນ ໄດ້ເຫັນດີຊຸກຍູ້ການຮ່ວມມື. ກຸ່ມສະມາຊິກສະພາແຫ່ງຊາດ 2 ປະເທດຫວຽດນາມ - ເຢຍລະມັນ ໄດ້ມີການພົບປະຕ່າງໆ ແລະ ໃຫ້ຄຳໝັ້ນສົນຍາວ່າ ຈະພ້ອມກັນເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍບັນດາອົງການນິຕິບັດຍັດ ແລະ ລັດຖະບານ 2 ປະເທດ ຢ່າງມີປະສິດທິຜົນກວ່າ.