ການຢ້ຽມຢາມຫວຽດນາມຂອງພະເຈົ້າຈັກກະພັດຍີ່ປຸ່ນແລະພະມະເຫສີເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມຫວຽດນາມຂອງພະເຈົ້າຈັກກະພັດຍີ່ປຸ່ນແລະພະມະເຫສີເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ແລະ​ພັນ​ລະ​ຍາ​ຕ້ອນ​ຮັບ
ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ 

(vovworld)- ຫ​າງ​ສຽງ ແລະ ສື່ມວນ​ຊົນ​ຍີ່​ປຸ່ນ ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດ ​ຫວຽດ​ນາມ​ ຄັ້ງ​ທຳ​ອິດຂອງ​ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ແຕ່​ວັນ​ທີ 28/2-5/3/2017. ຫນັງ​ສື​ພິມ​ສຳ​ຄັນ​ຂອງ​ຍີ່​ປຸ່ນ​ຫລາຍ​ສະ​ບັບ​ໄດ້​ລົງ​ພິມ​ຮູບ​ພາບ​ຂອງ ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດຢູ່​ຫວຽດ​ນາມ ກໍ​ຄື​ໃຫ້ຂ່າວ​​ກ່ຽວ​ກັບ​ການ​ຢ້ຽມ​ຢາມ.

ສຳ​ນັກ​ຂ່າວ​ສານ Kyodo ລົງ​ພິມ​ຂ່າວ​ໃຫ້​ຮູ້​ວ່າ: ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ປາດ​ຖະ​ຫນາ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ສື່ມວນ​ຊົນ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ຍີ່​ປຸ່ນ ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ແລະ ປະ​ຈຸ​ບັນ ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​​ເສດ​ຖະ​ກິດສຳ​ຄັນ​ແຖວ​ຫນ້າ​ຂອງ​ຫວຽດ​ນາມ ແມ່ນ​ແມ່ນ​ປະ​ເທດ​ສະ​ຫນອງ​ທຶນ ODA ຫລາຍ​ສຸດ. ວິ​ທະ​ຍຸ NHK ຂອງ​ຍີ່​ປຸ່ນ ຖື​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ຈະ​ສ້າງ​ຈຸດ​ໃຫມ່, ຮູບ​ພາບ​ຂະ​ຫຍັນ​ຂັນ​ເຄື່ອນ, ຄົບ​ຖ້ວນ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ ແລະ​ໃນ​ອະ​ນາ​ຄົດ.

ການຢ້ຽມຢາມຫວຽດນາມຂອງພະເຈົ້າຈັກກະພັດຍີ່ປຸ່ນແລະພະມະເຫສີເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ - ảnh 2
ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີພົບ​ປະ​ກັບ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ຍີ່​ປຸ່ນ 

ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ, ຕອນ​ເຊົ້າ​ວັນ​ທີ 2/3 ຢູ່ ວັນ​ມຽວ ກວກ​ຕື​ຢາມ ທີ່​ຮ່າ​ໂນ້ຍ, ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ໄດ້​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ​ມີ​ໄລ​ຍະ​ເວ​ລາ​ຮ່ຳ​ຮຽນ ຢູ່ ຍີ່​ປຸ່ນ. ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ໄດ້​ຢື້​ຢາມ​ຖາມ​ຂ່າວ, ໂອ້​ລົມ​ກັບ​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ​ ແລະ ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ບົດ​ຮຽນ​ໃນ​ການ​ຮຽນ​ພາ​ສາ​ຍີ່​ປຸ່ນ ກໍ​ຄື​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຫວຽດ​ນາມ ແລະ ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ. ພະ​ເຈົ້າ​ຈັດ​ກະ​ພັດ ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ ອວຍ​ພອນ​ໃຫ້​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ຍີ່​ປຸ​່ນ ສຳ​ເລັດ​ຫນ້າ​ທີ່​ວຽກ​ງານ​ຂອງ​ຕົນ​ເປັນ​ຢ່າງ​ດີ ແລະ ສືບ​ຕໍ່​ເປັນ​ຂົວ​ຕໍ່​ເພື່ອ​ເພີ່ມ​ພູ​ນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ - ຍີ່​ປຸ່ນ ນັບ​ມື້​ນັບ​ດີ​ງາມກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ