ນຳວິທະຍາສາດເຂົ້າຊີວິດຕົວຈິງ
(ພາບປະກອບ)
|
(vovworld) - ເຂດພູດອຍທາງພາກເຫນືອ ໄດ້ຮັບການກຳນົດວ່າ ແມ່ນເຂດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາກະສີກຳ, ຕົ້ນໄມ້ອຸດສາຫະກຳໄລຍະຍາວ… ຍ້ອນເຫດນັ້ນໃນຊຸມປີຜ່ານມາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສົມທົບກັບຫຼາຍກະຊວງ, ຂະແໜງການປະຕິບັດລາຍການ “ກໍ່ສ້າງຮູບແບບໝູນໃຊ້ ແລະ ຖ່າຍທອດວິທະຍາສາດເຕັກໂນໂລຢີເພື່ອຮັບໃຊ້ການພັດທະນາເສດຖະກິດສັງຄົມຢູ່ເຂດຊົນນະບົດ ແລະ ເຂດພູດອຍໄລຍະ 2010-2015“. ລາຍການນີ້ ໄດ້ສ້າງຜົນງານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມໃນເຂດຊົນນະບົດ, ເຂດພູດອຍ, ເຮັດໃຫ້ຊ່ອງວ່າງຄວາມຮັ່ງມີ ແລະ ທຸກຍາກລະຫວ່າງເຂດພູດອຍ ແລະ ເຂດທົ່ງພຽງ, ລະຫວ່າງເຂດຊົນນະບົດ ແລະ ເຂດຕົວເມືອງຫຼຸດຜ່ອນລົງ. ຕາມທ່ານ ເຈິ່ນວັນຕຸ່ງ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ - ເຕັກໂນໂລຢີແລ້ວ, ເພື່ອປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດ, ຕ້ອງມີການກຳນົດທິດ ແລະ ມາດຕະການລະອຽດໃນການເສີມຂະຫຍາຍກຳລັງບົ່ມຊ້ອນດ້ານ ວິທະຍາສາດ - ເຕັກໂນໂລຢີຂອງແຕ່ລະທ້ອງຖີ່ນ, ແຕ່ລະເຂດ. ດັ່ງນັ້ນບັນດານັກວິທະຍາສາດຄວນສ້າງຮູບແບບ ຢືນຢັນຂັ້ນຕອນກ່ຽວກັບການລ້ຽງສັດໂຕໃດ, ປູກຕົ້ນໄມ້ປະເພດໃດໃຫ້ມີຜະລິດຕະພັນໄດ້ດີ, ສຳພັດກັບຕະຫຼາດໄດ້, ຮັບປະກັນພັດທະນາພະລິດຕະພັນຢ່າງໝັ້ນຄົງ.