( vovworld ) – ການໃຊ້ຄວາມຮຸນແຮງຂອງພັກຝ່າຍຕ່າງໆສືບຕໍ່ສ້າງຄວາມຢ້ານກົວຕໍ່ກັບປະຊາຊົນ Nigeria ໃນຂະນະທີ່ບັນດາມືປືນໄດ້ບຸກໂຈມຕີໂບດແຫ່ງ 1 ຢູ່ນະຄອນ Maiduguri ລັດ Borno ທາງທິດຕາເວັນອອກສ່ຽງເໜືອຂອງ Nigeria ຊື່ງໄດ້ເຮັດໃຫ້ຢ່າງໜ້ອຍສຸດ 5 ຄົນເສຍຊີວິດ ແລະ ອີກ 15 ຄົນຖືກບາດເຈັບເມື່ອວັນທີ 10/6. ບັນດາຕົວພະຍານໃຫ້ຮູ້ວ່າ: ຄົນແປກໜ້າ 3 ຄົນໄດ້ບຸກເຂົ້າໂບດ ແລະ ຍິງປືນໃສ່ບັນດາຜູ້ຄົນຢູ່ພາຍໃນໂບດ. ປະຈຸບັນ, ວົງການເຈົ້າໜ້າທີທ້ອງຖິ່ນພຽງແຕ່ໃຫ້ຮູ້ວ່າ ບັນດາອົງການມີໜ້າທີ່ຮັບຜິດຊອບພວມດຳເນີນການສືບສວນ.
ໃນວັນດຽວກັນ, ໄດ້ເກີດເຫດລະເບີດແຕກຢູ່ໂບດແຫ່ງ 1 ທີ່ນະຄອນ Jos ເມືອງເອກຂອງລັດ Plateau ທາງພາກກາງ Nigeria ຊື່ງໄດ້ເຮັດໃຫ້ 4 ຄົນເສຍຊີວິດ ແລະ ອີກ 41 ຄົນຖືກບາດເຈັບ. ປະຈຸບັນ, ບໍ່ທັນມີອົງການຈັດຕັ້ງ ຫຼືສ່ວນບຸກຄົນໃດໆກ່າວຮັບຜິດຊອບຕໍ່ເຫດການນີ້ເທື່ອ.