ການວາງລະເບີດຢູ່ Afganixtan
(ພາບ:docbao24h.vn)
( vovworld ) – ໃນເຫດການວາງລະເບີດຢູ່ແຂວງ Kandahar ທາງພາກໃຕ້ປະເທດ Afganixtan, ມີເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ຊື່ງໃນນັ້ນມີທະຫານຜູ້ 1 ສັງກັດກຳລັງໜູນຊ່ວຍການປ້ອງກັນຄວາມສະຫງົບ (ISAF), ພ້ອມກັບຕຳຫຼວດ 6 ຄົນ ແລະ ທະຫານ Afganixtan 2 ຄົນ. Kandahar ຖືກຖືວ່າ ແມ່ນເຮືອນຮັງຂອງບັນດາມືປືນ Taliban ນັບແຕ່ລະບອບ Taliban ຖືກໂຄ່ນລົ້ມ. ຢູ່ທີ່ນີ້ ໄດ້ເກີດການບຸກໂຈມຕີຄັ້ງຕ່າງໆເປັນປະຈຳ ເພື່ອແນໃສ່ຕ້ານລັດຖະບານ Afganixtan ແລະ ບັນດາກຳລັງຕ່າງປະເທດ.