ສະຖານທີ່ເກີດເຫດ
(ພາບ: AFP/TTXVN)
|
(vovworld) - ວົງການເຈົ້າໜ້າທີ່ອາບການິສະຖານ ໃຫ້ຮູ້ວ່າ, ວັນທີ 25/5, ມີ 68 ຄົນໄດ້ຮັບບາດເຈັບໃນການວາງລະເບີດສະຫຼະຊີບຢູ່ນະຄອນ Qalat. ຫົວໜ້າກອງບັນຊາການຕຳຫຼວດແຂວງ Zabul Mirwas Noorzai ໃຫ້ຮູ້ວ່າ, ຜູ້ບຸກໂຈມຕີໄດ້ວາງລະເບີດໃນລົດຂົນສົ່ງຢູ່ມໍ່ກັບຫ້ອງການສະພາແຂວງ ແລະ ໄດ້ຕາຍຢູ່ກັບທີ່. ເຫດວາງລະເບີດເຮັດໃຫ້ສຳນັກລັດຖະບານ, ພັດຕະຄານ ແລະ ເຮືອນຈຳນວນໜຶ່ງຂອງປະຊາຊົນໃນບໍລິເວນຖືກເປ່ເພ. ກຳລັງປ້ອງກັນຄວາມສະຫງົບອາບການິສະຖານ ພວມປິດລ້ອມບໍລິເວນເກີດເຫດ. ໂຄສົກຂອງ ຕາລີບານ Qari Yousuf Ahmadi ຖະແຫຼງວ່າ, ເປົ້າໝາຍຂອງການວາງລະເບີດ ແມ່ນຫ້ອງການສະພາແຂວງ ແລະ ອົງການຍຸຕິທຳຢູ່ Zabul, ພ້ອມທັງຢືນຢັນວ່າມີມືປືນ 2 ຄົນໄດ້ແຊກເຂົ້າກຳລັງປ້ອງກັນຄວາມສະຫງົບເພື່ອດຳເນີນການບຸກໂຈມຕີດັ່ງກ່າວ.