ການວາງລະເບີດຢ່າງລຽນຕິດກໍ່ຄວາມລົ້ມຫາຍຕາຍຈາກຢ່າງໃຫຍ່ຫຼວງຢູ່ Nigeria
ການວາງລະເບີດຢ່າງລຽນຕິດກໍ່ຄວາມລົ້ມຫາຍຕາຍຈາກຢ່າງໃຫຍ່ຫຼວງ
(ພາບ: thewhistler.ng)
(vovworld) – ຢ່າງໜ້ອຍຊຸດມີ 10 ຄົນເສຍຊີວິດ ແລະ ກວ່າ 30 ຄົນໄດ້ຮັບບາດເຈັບ ໃນການບຸກໂຈມຕີສະຫຼະຊີບຄັ້ງຕ່າງໆຢູ່ເທດສະບານເມືອງ Chibok, ລັດ Borno, ທາງທິດເໜືອ Nigeria. ມີພະຍານຜູ້ໜຶ່ງໃຫ້ຮູ້ວ່າ ເຫດວາງລະເບີດຖືກໄດ້ເກີດຂຶ້ນໃນຕອນທ່ຽງ, ເມື່ອເທດສະບານນີ້ມີພໍ່ຄ້າຊາວຂາຍຫຼາຍຄົນທີ່ມາຈາກບັນດາບ້ານອ້ອມຂ້າງ ເຂົ້າຮ່ວມງານຕະຫຼາດທ້າຍສັບປະດາ. ລະເບີດລູກທຳອິດໄດ້ແຕກຢູ່ສະຖານທີ່ຄວບຄຸມແຫ່ງໜຶ່ງ, ເຊິ່ງແມ່ນບ່ອນທີ່ທຸກຄົນຕ້ອງເຂົ້າເທດສະບານນີ້ໄປຜ່ານເພື່ອກວດກາ. ລະເບີດລູກທີ 2 ຖືກແຕກໃນທ້ອງຕະຫຼາດ ແລະ ລູກທີ 3 ກໍ່ຖືກແຕກຢູ່ສະຖານທີ່ໃກ້ໆນັ້ນ. ບັນດາເຫດວາງລະເບີດນີ້ມີຈຸດຄ້າຍຄືກັນກັບເຫດບຸກໂຈມຕີຂອງ Boko Haram, ເກີດໃນສະພາບດຽວກັນ ແລະ ເລັ່ງໃສ່ບັນດາເປົ້າໝາຍພົນລະເຮືອນຄືບັນດາເຂດຕະຫຼາດ, ສາລາ, ວັດ ແລະ ສະຖານີລົດເມ, ກໍຄືບາງສະຖານທີ່ກວດກາປ້ອງກັນຄວາມສະຫງົບ.