ການວາງລະເບີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ 30 ຄົນຖືກບາດເຈັບ
(ພາບປະກອບ:baotintuc.vn)
( vovworld ) – ໃນການວາງລະເບີດຄັ້ງຕ່າງໆຢ່າງລຽນຕິດເມື່ອຕອນບ່າຍວັນທີ 8/9 ແນໃສ່ນະຄອນ Baquba ເມືອງເອກຂອງແຂວງ Diyala ຫ່າງຈາກນະຄອນຫຼວງແບກແດດ ຂອງອີຣັກ ປະມານ 65 ກມ ໄປທາງທິດຕາເວັນອອກສ່ຽງເໜືອ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 30 ຄົນຖືກບາດເຈັບ. ລູກລະເບີດ 2 ລູກຢູ່ແຄມທາງໄດ້ລະເບີດໃນພາບດຽວຢູ່ເຂດ Al Tahrir ທາງທິດໃຕ້ນະຄອນ Baquba. ຫຼັງຈາກນັ້ນພຽງ 2,3 ນາທີ, ໃນສະຖານທີ່ດັ່ງກ່າວ, ລູກລະເບີດອີກລູກ 1 ໃນລົດໂອໂຕກໍ່ລະເບີດເຊັ່ນດຽວກັນ. ກຳລັງປ້ອງກັນຄວາມສະຫງົບອີຣັກ ໄດ້ມີໜ້າຢູ່ສະຖານທີ່ເກີດເຫດໂດຍທັນທີ, ເຂົາເຈົ້າໄດ້ຄົ້ນພົບ ແລະ ທຳລາຍລູກລະເບີດອີກ 4 ລູກ ຢ່າງທັນການ.