ການວາງລະເບີດສະຫລະຊີບຢູ່ອາບການິສະຖານເຮັດໃຫ້ຫລາຍຄົນຖືກບາດເຈັບແລະເສຍຊີວິດ

ການວາງລະເບີດສະຫລະຊີບຢູ່ອາບການິສະຖານເຮັດໃຫ້ຫລາຍຄົນຖືກບາດເຈັບແລະເສຍຊີວິດ - ảnh 1
​ເຫດ​ການ​ວາງ​ລະ​ເບ​ີດ​ສະ​ຫລະ​ຊີບ

(vovworld)- ວົງ​ການ​ການ​ເມືອງ ອາບ​ກາ​ນິ​ສະ​ຖານ​ໃຫ້​ຮູ້​ວ່າ: ມີ 10 ຄົນ​ເສຍ​ຊີ​ວິດ ແລະ ອີກ 20 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ເກີດ​ຂຶ້ນ​ຢູ່ນອກ​ປ້ອມ​ຕຳ​ຫລວດ​ຢູ່​ເຂດ Dehmazang ທາງ​ທິດ​ຕາ​ເວັນ​ຕົກ​ນະ​ຄອນ​ຫລວງ ກາ​ບູນ. ປະ​ຈຸ​ບັນ ບໍ່​ທັນ​ຮູ້​ກຸ່ມ​ຄົນ​ໃດ​ຫນູນ​ຫລັງ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ. ເຈົ້າ​ຫນ້າ​ທີ່ ອາບ​ກາ​ນິ​ສະ​ຖານ ໄດ້​ເປິດ​ລ້ອມ​ສະ​ຖານ​ທີ່​ເກີດ​ເຫດ.

ເຫດ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ກ່ອ​ນ​ທີ່ດ​ຳ​ເນີນ​ການ​ເຈ​ລະ​ຈາ​ຄັ້ງ​ທີ 3 ລະ​ຫວ່າງ ອາບ​ກາ​ນິ​ສະ​ຖານ ແລະ ປາ​ກິ​ສະ​ຖານ, ຈີນ ແລະ ອາ​ເມ​ລິ​ກາ ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ຖະ​ບານ ອາບ​ກາ​ນິ​ສະ​ຖານ ແລະ ພວກ​ກະ​ບົດ ຕາ​ລີ​ບາ. ຄາດ​ວ່າ​ຜູ້​ຕາງ​ຫນ້າ 4 ຝ່າຍ​ຈະ​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 6/2 ຢູ່ ນະ​ຄອນ​ຫລວງ Islamabad  ຂອງ​ປາ​ກິ​ສະ​ຖານ.

ຂ່າວ/ບົດ​ອື່ນ