ການວາງລະເບີດສະຫຼະຊີບຢູ່ Nigieria ເຮັດໃຫ້ນັບສີບຄົນຖືກບາດເຈັບລົ້ມຕາຍ

ການວາງລະເບີດສະຫຼະຊີບຢູ່ Nigieria ເຮັດໃຫ້ນັບສີບຄົນຖືກບາດເຈັບລົ້ມຕາຍ - ảnh 1

ສະຖານ​ທີ່​ເກີດ​ເຫດ

(ພາບ:baotintuc.vn)

(TTX)- ວັນ​ທີ 23/9, ​ໄດ້​ເກີດ​ເຫດ​ລະ​ເບີດ​ແຕກຢູ່​ໂບດ​ແຫ່ງ 1 ທີ່​ນະຄອນ Bauchi ​ເມືອງ​ເອກ​ຂອງ​ລັດ Bauchi ​ທາງ​ທິດ​ເໜືອ​ປະ​ເທດ Nigieria ຊື່​ງ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ 48 ຄົນ​ຖືກ​ບາດ​ເຈັບ​ສາຫັດ. ບັນດາ​ຕົວ​ພະຍານ​ໃຫ້​ຮູ້​ວ່າ: ມີ​ຜູ້​ແປກ​ໜ້າ​ຄົນ 1 ​ໄດ້​ຂັບ​ລົດ​ໂອ​ໂຕ​ບັນທຸກ​ທາດ​ລະ​ເບີດ​ເລັ່ງ​ໃສ່​ເຂດ​ທີ່​ປະຊາຊົນ​ເຕົ້າ​ໂຮມ​ກັນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່ນອກ​ໂບດ ​ແລະ ລາວ​ກໍ່​ຖືກ​ເສຍ​ຊີວິດ​ໃນ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ. ບັນດາ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ປິດ​ລອ້ມສະຖານ​ທີ່​ເກີດ​ເຫດ​ເພື່ອ​ດຳ​ເນີ​ນການ​ສືບສວນ. ປະຈຸ​ບັນ, ບໍ່​ທັນ​ມີ​ອົງການ​ຈັດຕັ້ງ ຫຼື​ສ່ວນ​ບຸກຄົນ​ໃດ​ກ່າວ​ຮັບຜິດຊອບ​ຕໍ່​ການ​ບຸກ​ໂຈມ​ຕີ​ນີ້​ເທື່ອ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ເຈົ້າໜ້າ​ທີ່​ສ່ວນ​ຫຼາຍ​ຄິດ​ວ່າ ຜູ້​ກໍ່​ເຫດການອາດ​ຈະ​ແມ່ນ​ບັນດາ​ສະມາຊິກ​ຝ່າຍ​ອິດສະ​ລາມ​ຫົວ​ຮຸນ​ແຮງ Boko Haram ຊື່​ງ​ເຄີຍ​ຖືກ​ກ່າວ​ຫາ​ໄດ້​ກໍ່​​ເຫດ​ວາງ​ລະ​ເບີດ​ອັນ​ນອງ​ເລືອດ​ນັບ​ຮ້ອຍ​ຄັ້ງຢູ່  Nigieria ​ເຮັດ​ໃຫ້ກ່ວາ 1400 ຄົນ​ເສຍ​ຊີວິດ​ນັບ​ແຕ່​ປີ 2010.

 

ຂ່າວ/ບົດ​ອື່ນ