ການວາງລະເບີດໃກ້ກັບສະຖານທູດລັດເຊຍຢູ່Kabulກໍ່ຄວາມລົ້ມຫາຍຕາຍຈາກ

ການວາງລະເບີດໃກ້ກັບສະຖານທູດລັດເຊຍຢູ່Kabulກໍ່ຄວາມລົ້ມຫາຍຕາຍຈາກ - ảnh 1
ການວາງລະເບີດໃກ້ກັບສະຖານທູດລັດເຊຍ
ຢູ່Kabulກໍ່ຄວາມລົ້ມຫາຍຕາຍຈາກ
(ພາບ: Twitter/RT)

(vovworld) –​ ຢ່າງ​ໜ້ອຍ​ສຸດກໍ່​ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ ແລະ ຜູ້​ຮັບ​ບາດ​ເຈັບ 27 ຄົນ ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບ​ດ້ວຍ​ລົດ​ໂອ​ໂຕ ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ສະ​ຖານ​ທູ​ດ​ລັດ​ເຊຍ ຢູ່​ນະ​ຄອນ​ຫຼວງ Kabul, ປະ​ເທດ​ອາບ​ກາ​ນິດ​ສະ​ຖານ, ໃນ​ຕອນ​ບ່າຍ​ວັນ​ທີ 20/01. ໃນ​ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ນັ້ນ ​ບໍ່​ມີ​ຜ​ູ້​ໃດ​ແມ່ນ​ພາ​ລະ​ກອນ​ຂອງ​ສະ​ຖານ​ທູດ​ລັດ​ເຊຍ. ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ຮັບ​ຜິດ​ຊອບ​ດຳ​ເນີນ​ເຫດ​ວາ​ງ​ລະ​ເບີດ​ດັ່​ງ​ກ່າວເທື່ອ.

      ເຫດ​ການ​​ເກີດ​ຂຶ້ນພາຍ​ຫຼັງ​ການ​ເຈ​ລະ​ຈາ​ສາ​ກົນຮອບ​ທີ 2, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກ ອາບ​ກາ​ນິດ​ສະ​ຖານ, ປາ​ກິດ​ສະ​ຖານ, ຈີນ ແລະ ອາ​ເມ​ລິ​ກາ, ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ລັດ​ຖະ​ບານ​ອາບ​ກາ​ນິດ​ສະ​ຖານ ກັບ​ ຕາ​ລີ​ບານ ​ພຽງ 2 ວັນ,. ໃນ​ໄລ​ຍະ​ຜ່ານ​ມາ, ສະ​ພາບຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ອາບ​ກາ​ນິດ​ສ​ະ​ຖານ ນັບ​ມື້​ນັບ​ຮ້າຍ​ແຮງກວ່າ ເມື່ອ​ພ​ວກ​ກະ​ບົດ ຕາ​ລີ​ບານ ເພີ່ມ​ທະ​ວ​ີ​ບັນ​ດາ​ການ​ບຸກ​ໂຈມ​ຕີ ໃສ່​ລັດ​ຖະ​ບານ ແລະ ຊາວ​ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ