ການ​ວາງ​ແຜນ​ກຳ​ນົດ​ບໍ​ລິ​ເວນ​ທະ​ເລ​ແຫ່ງ​ຊາດ​ຈະ​ສຳ​ເລັດ​ໃນ​ທ້າຍ​ທ້າຍ​ປີນີ້

(VOVWORLD) -ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວໍຕວັນເຍິນ ໃຫ້ຮູ້ວ່າ: ຈະມານະພະຍາຍາມປະຕິບັດການວາງແຜນກຳນົດບໍລິເວນທະເລແຫ່ງຊາດໃຫ້ສຳເລັດໃນປີນີ້, ຮັບປະກັນຄຸນນະພາບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີ.



ການ​ວາງ​ແຜນ​ກຳ​ນົດ​ບໍ​ລິ​ເວນ​ທະ​ເລ​ແຫ່ງ​ຊາດ​ຈະ​ສຳ​ເລັດ​ໃນ​ທ້າຍ​ທ້າຍ​ປີນີ້ - ảnh 1ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຫວໍຕວັນເຍິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: quochoi.vn)

ຕອນເຊົ້າວັນທີ 3 ມີນາ, ຢູ່ຫໍສະພາແຫ່ງຊາດ, ຄະນະຕິດຕາມກວດກາກ່ຽວກັບການ ປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນກຳນົດນັບແຕ່ເວລາກົດໝາຍວ່າດ້ວຍການວາງແຜນກຳນົດມີຜົນບັງຄັບໃຊ້” ໂດຍທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ.

ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວໍຕວັນເຍິນ ໃຫ້ຮູ້ວ່າ: ຈະມານະພະຍາຍາມປະຕິບັດການວາງແຜນກຳນົດບໍລິເວນທະເລແຫ່ງຊາດໃຫ້ສຳເລັດໃນປີນີ້, ຮັບປະກັນຄຸນນະພາບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີ.

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍໄດ້ຕີລາຄາວ່າ, ເລື່ອງສະພາແຫ່ງຊາດຮັບຮອງເອົາການວາງແຜນກຳນົດນຳໃຊ້ທີ່ດິນແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ. ສະເໜີໃຫ້ກະຊວງສືບຕໍ່ກວດກາບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກຕົວຈິງກ່ຽວກັບການນຳໃຊ້ທີ່ດິນ ເພື່ອແກ້ໄຂຢ່າງທັນການ. ກ່ຽວກັບການວາງແຜນກຳນົດບໍລິເວນທະເລແຫ່ງຊາດ ແລະ ການວາງແຜນກຳນົດສັງລວມຊັບພະຍາກອນເຂດຝັ່ງທະເລ ແບບຍືນຍົງ, ທ່ານກໍ່ສະເໜີໃຫ້ສ້າງແຜນທີ່, ເພື່ອປະຕິບັດສຳເລັດການວາງແຜນກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ