ການວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະໃນຍຸດທະສາດເຫັນເປັນຕົວເມືອງ ແລະ ພັດທະນາຕົວເມືອງ
(VOVWORLD) - ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ແລະ ກະຊວງກໍ່ສ້າງຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະໃນຍຸດທະສາດຫັນເປັນຕົວເມືອງ ແລະ ພັດທະນາຕົວເມືອງ.
ກອງປະຊຸມສຳມະນາ (ພາບ: TXVN) |
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຫງວຽນເຕື່ອງວັນ ໃຫ້ຮູ້ວ່າ:
“ໃນແຜນຮ່າງຍຸດທະສາດພັດທະນາຕົວເມືອງໄລຍະຮອດປີ 2030 ແລະ ວິໄສທັດຮອດປີ 2050 ໂດຍກະຊວງກໍ່ສ້າງຫວຽດນາມ ກຳລັງຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ກໍໄດ້ກຳນົດຢ່າງຈະແຈ້ງວ່າການພັດທະນາຕົວເມືອງອັດສະລິຍະແມ່ນໜຶ່ງໃນບັນດາເສົາຄ້ຳ. ນັ້ນກໍແມ່ນບົດບາດສຳຄັນ ເພື່ອປະຕິບັດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ມີລາຍຮັບສູງໃນປີ 2045. ການສ້າງຕົວເມືອງອັດສະລິຍະຢ່າງມີແບບມີແຜນຕາມແຜນຜັງ ແລະ ຄຸ້ມຄອງການພັດທະນາຕົວເມືອງອັດສະລິຍະຕາມຂັ້ນຕອນ ແລະ ແຜນການໃໝ່ ສາມາດເຮັດໃຫ້ການຄຸ້ມຄອງການພັດທະນາຕົວເມືອງອັດສະລິຍະດີຂຶ້ນເທື່ອລະກ້າວ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຕົວເມືອງ ແລະ ສ້າງກາລະໂອກາດພັດທະນາມະນຸດ”.
ທີ່ກອງປະຊຸມ, ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຄື ພັດທະນາການຮ່ວມສຳພັນລະຫວ່າງເຂດ ໂດຍອີງໃສ່ລັກສະນະສະເພາະຂອງຕົວເມືອງ; ສ້າງວິໄສທັດໄລຍະຍາວ ແລະ ວາງແຜນກຳນົດທິດພັດທະນາຕົວເມືອງອັດສະລະຍະ….