ການ​ສັກ​ວັກ​ຊິ​ນ​ເຮັດ​ໃຫ້ ອັງ​ກິດ​ ມີ​ຜູ້​ບໍ່​ເສຍ​ຊີ​ວິດຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 100.000 ຄົນ

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກ ອັງກິດ Sajid Javid ໃຫ້ຮູ້ວ່າ ຂໍ້ມູນໃໝ່ແມ່ນສິ່ງພິສູດໃຫ້ປະສິດທິຜົນຂອງໂຄງການສັກວັກຊິນກັນໂຄວິດ - 19 ຢູ່ປະເທດນີ້. 
ການ​ສັກ​ວັກ​ຊິ​ນ​ເຮັດ​ໃຫ້ ອັງ​ກິດ​ ມີ​ຜູ້​ບໍ່​ເສຍ​ຊີ​ວິດຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 100.000 ຄົນ - ảnh 1ພາບປະກອບ: AFP/TTXVN

ວັນທີ 26 ສິງຫາ, ອົງການອະນາໄມສາທາລະນະ ອັງກິດ (PHE) ໄດ້ປະກາດຂໍ້ມູນວ່າ ໂຄງການສັກວັກຊິນຂອງ ອັງກິດ ໄດ້ສະກັດກັ້ນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ກ່ວາ 100.000 ຄົນຢູ່ປະເທດນີ້. PHE ຄາດວ່າ ມີຜູ້ຖືກເຂົ້າໂຮງໝໍປະມານກ່ວາ 82.000 ຄົນ ບໍ່ເສຍຊີວິດຍ້ອນໄດ້ຮັບການສັກວັກຊິນກັນໂຄວິດ - 19.  ທ່ານລັດຖະມົນຕີກະຊວງສາທາລະນະສຸກ ອັງກິດ Sajid Javid ໃຫ້ຮູ້ວ່າ ຂໍ້ມູນໃໝ່ແມ່ນສິ່ງພິສູດໃຫ້ປະສິດທິຜົນຂອງໂຄງການສັກວັກຊິນກັນໂຄວິດ - 19 ຢູ່ປະເທດນີ້. ຂໍ້ມູນດັ່ງກ່າວໄດ້ຍົກອອກມາຂະນະທີ່ບັນດາຜູ້ຕິດເຊື້ອໂຄວິດ - 19 ພວມເພີ່ມຂຶ້ນຢູ່ເຂດ ອັງກິດ, ພິເສດແມ່ນຢູ່ເຂດຕາເວັນຕົກສ່ຽງໃຕ້ຂອງ ອັງກິດ, ໂດຍແມ່ນສະຖານທີ່ທີ່ມີອັດຕາຜູ້ຕິດເຊື້ອຫຼາຍທີ່ສຸດດ້ວຍ 481,7 ຄົນ/ໃນຈຳນວນ 100.000 ຄົນ ໃນອາທິດຜ່ານມາ. ປັດຈຸບັນ, ມີ 1/3 ຈຳນວນຊາວໜຸ່ມຢູ່ ອັງກິດ ຍັງບໍ່ທັນໄດ້ສັກວັກຊິນກັນໂຄວິດ - 19 ເທື່ອ. ລະບົບສາທາລະນະສຸກແຫ່ງຊາດ ອັງກິດ (NHS) ໄດ້ຂຶ້ນແຜນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍທີ່ມີອາຍຸ 12 ປີ ພາຍຫຼັງເຂົ້າສົກຮຽນໃໝ່ໃນຕົ້ນເດືອນກັນຍານີ້. ເຖິງຢ່າງໃດກໍ່ຕາມ, ວັນທີ 25 ສິງຫາ, ກະຊວງສາທາລະນະສຸກ ອັງກິດ ໄດ້ຢັ້ງຢືນວ່າ ເລື່ອງຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍທີ່ມີອາຍຸ 12 ປີຍັງບໍ່ທັນໄດ້ຮັບການຕົກລົງຍ້ອນວ່າ ບັນດານັກທີ່ປຶກສາດ້ານວິທະຍາສາດຂອງລັດຖະບານ ຍັງບໍ່ທັນມີຫຼັກຖານຢ່າງຄົບຖວ້ນກ່ຽວກັບຄວາມປອດໄພຂອງວັກຊິນຕໍ່ເກນອາຍຸນິ້ີ້.

ຕອບກັບ

ຂ່າວ/ບົດ​ອື່ນ