ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢູງ ປະທານຄະນະກຳ
ມະການແຫ່ງຊາດປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ
(ພາບ: VGP/NhatBac )
(vovworld) - ຕອນເຊົ້າວັນທີ 5/11, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢູງ, ປະທານຄະນະກຳມະການແຫ່ງຊາດປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ, ປະທານສະມາຄົມແຫ່ງຊາດການສຶກສາ ແລະ ພັດທະນາຊັບພະຍານກອນມະນຸດ ເປັນປະທານກອງປະຊຸມຄະນະກຳມະການ ແລະ ສະພາ. ກອງປະຊຸມເພື່ອແນໃສ່ໃຫ້ຄວາມເຫັນກ່ຽວກັບສະພາບແຫ່ງການຜັນຂະຫຍາຍ, ໝາກຜົນທີ່ບັນລຸໄດ້ໃນການປະຕິບັດມະຕິ ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 11 ກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ, ກ່ຽວກັບລະບົບການສຶກສາແຫ່ງຊາດ, ບັນດາການເຄື່ອນໄຫວກ່ຽວກັບການປະຕິບັດການປ່ຽນໃໝ່ໂຄງການ, ປຶ້ມຫຼັກສູດ ການສຶກສາສາມັນໂດຍພື້ນຖານ, ຮອບດ້ານ, ກ່ຽວກັບວຽກງານຈັດຕັ້ງການເສັງມັດທະຍົມຕອນປາຍແຫ່ງຊາດ ປີ 2015 ແລະ ລະດັບການສຶກສາແຫ່ງຊາດ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢູງ ຢັ້ງຢືນວ່າ: ກອງປະຊຸມ ເພື່ອແນໃສ່ປຸກລະດົມການປະກອບສ່ວນ, ໃຫ້ຄຳປຶກສາຂອງບັນດານັກຄຸ້ມຄອງ, ນັກວິທະຍາສາດ ເພື່ອຍົກອອກຂໍ້ຕົກລົງທີ່ຖືກຕ້ອງສຳລັບພາລະກິດການສຶກສາ ແລະ ບຳລຸງສ້າງ, ປະຕິບັດຖືກຕ້ອງຕາມຈິດໃຈມະຕິຂອງພັກ, ຍົກສູງຄຸນນະພາບການສຶກສາ ບຳລຸງສ້າງຂອງປະເທດຊາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ເໝາະສົມກັບສະພາບຕົວຈິງ ແລະ ການເຊື່ອມໂຍງເຂົ້າກັບສາກົນ.