ການສົ່ງອອກຂອງ ອາເມລິກາ ໄປຍັງຈີນ ຫລຸດລົງຢ່າງແຮງໃນທ່າມກາງສົງຄາມການຄ້າ

(VOVWORLD) -ການສົ່ງອອກຂອງ ອາເມລິກາ ໄປຍັງຈີນ ຫລຸດລົງຢ່າງແຮງ ໃນເດືອນຜ່ານມາ ຂະນະທີ່ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ປັກກີ່ງ ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິສົງຄາມການຄ້າທີ່ແກ່ຍາວໃນຫລາຍເດືອນຜ່ານມາ ແລະ ໄດ້ສົ່ງຜົນສະທ້ອນເຖິງປະລິມານສິນຄ້າລວມມູນຄ່ານັບຕື້ USD. 

ສຳນັກຂ່າວສານ AP ໄດ້ລົງຂ່າວໃນວັນທີ 12 ກໍລະກົດວ່າ ສິນຄ້າ ທີ່ ຈີນ ນຳເຂົ້າ ຈາກ ອາເມລິກາ ໄດ້ຫລຸດລົງ 31,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນຂະນະນັ້ນ ເກີນດຸ່ນການຄ້າຂອງປະເທດນີ້ ຈາກການຄ້າ ກັບ ອາເມລິກາ ພັດເພີ່ມຂຶ້ນ 3%. ການນຳເຂົ້າຂອງ ອາເມລິກາ ຈາກຈີນ ຫລຸດລົງດ້ວຍອັດຕາຕ່ຳກວ່າຫລາຍ ດ້ວຍລະດັບ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສຳນັກຂ່າວສານ AP ກໍ່ໄດ້ການຕີລາຄາຂອງ ຜູ້ຊ່ຽວຊານເສດຖະກິດ Julian Evans Pritchard ວ່າ ບັນດາການເຈລະຈາດ້ານການຄ້າ ຈະຖືກລົ້ມລະລາຍອີກຄັ້ງຫນຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ