ການສົ່ງອອກຂອງຫວຽດນາມໃນ 6 ເດືອນຕົ້ນປີບັນລຸ 54 ຕື້ USD

ການສົ່ງອອກຂອງຫວຽດນາມໃນ 6 ເດືອນຕົ້ນປີບັນລຸ 54 ຕື້ USD - ảnh 1
(ພາບປະກອບ)

( vovworld ) –   ກະຊວງ​ອຸດສາຫະກຳ ການ​ຄ້າ​ໃຫ້​ຮູ້​ວ່າ, ​ໃນ 6 ​ເດືອນ​ຜ່ານ​ມາ, ວົງ​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ​ບັນລຸ 54 ຕື້ USD, ​ເພີ່ມ​ຂຶ້ນ 22% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປະກາຍ. ກະຊວງ​ອຸດສາຫະກຳ ການ​ຄ້າຍັງ​ຢັ້ງຢືນ ຈະ​ຊີ້​ນຳ​ຢ່າງ​​​​ເຄັ່ງ​ຂັດ ​ແລະ ຄົບ​ຊຸດ ​ເພື່ອ​ຍູ້​ແຮງ​ການ​ຜະລິດ​ອຸດສາຫະກຳ, ​ເພີ່ມ​ລະດັບ​ການ​ສົ່ງ​ອອກ ​ແລະ ​ໃຊ້​ສອຍ​ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ, ສູ້​ຊົນ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ທັງ​ປີ​ກວ່າ 13% (ປະມານ 109,5 ຕື້ USD. ຜູ້​ຕາງໜ້າ​ການ​ນຳ​ກະຊວງ​ອຸດສາຫະກຳ ການ​ຄ້າ​ໃຫ້​ຮູ້​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ, ດັດ​ສະ​ນີການ​ຜະລິດ​ອຸດສາຫະກຳ​​ເພີ່ມ​ຂຶ້ນ 4,5%. ນີ້​ແມ່ນ​ລະດັບ​ເຕີບ​ໂຕ​ຕຳ່​ສຸດ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ແຕ່​ໄດ້​ມີ​ກາ​ນຫັນປ່ຽນ​ຕາມ​ທິດປັບປຸງ​ເທື່ອ​ລະ​ກ້າວ​ໃນ​​ແຕ່ລະ​ເດືອນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫ້ຍຸງ​ຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ເລີ່​ມມີ​ຄຸນ​ປະ​ໂຫຍ​ດ.

ຂ່າວ/ບົດ​ອື່ນ