(ພາບປະກອບ)
(vovworld) - ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຂອງຫວຽດນາມ (Vasep) ແລ້ວ. ໃນເດືອນ 1, ຜະລິດຕະພັນປາທູນາມີລະດັບເຕີບໂຕ 41% ເມື່ອງທຽບໃສ່ປີ 2012. ນອກຈາກປາທູນາແລ້ວ, ຜະລິດຕະພັນປາທະເລ, ກະປູ ແລະ ຢໍ່ປາ surimi ສືບຕໍ່ເພີ່ມຂຶ້ນພໍສົມຄວນແຕ່ຕົ້ນປີ 2013. ແຕ່ໃນງວດທີ 1, ຄາດວ່າການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸພຽງ 1,15 ຕື້ USD, ຫຼຸດ 13% ເມື່ອທຽບໃສ່ 1,3 ຕື້ USD ໃນໄລຍະດຽວກັນຂອງປີ 2012. ສາຍເຫດຕົ້ນຕໍ່ເຊິ່ງບັນດາຜູ້ຊ່ຽວຊານຂະແໜງສິນໃນນ້ຳຍົດອອກມານັ້ນແມ່ນ ບັນດາຄວາມຫຍຸ້ງຍາກຂອງປີກ່ອນຍັງບໍ່ທັບໄດ້ຮັບການແກ້ໄຂ, ການເຄື່ອນໄຫວຜະລິດວັດຖຸດິບ ແລະ ຮັບປະກັນສົ້ນອອກຂອງບັນດາຜະລິດຕະພັນປາຈາ, ກຸ້ງ, ປາໝຶກຍັກ... ແມ່ນສິ່ງທີ່ກີດຂວາງໃຫ້ແກ່ການສົ່ງອອກສິນໃນນ້ຳໃນງວດທີ 1 ຂອງປີ 2013. ບັນດາຜູ້ຊ່ຽວຊານຂະແໜງສິນໃນນ້ຳໃຫ້ຮູ້ວ່າ ບັນດາວິສາຫະກິດຮັກສາຕະຫຼາດ EU, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ... ເພື່ອສືບຕໍ່ເພີ່ມມູນຄ່າສົ່ງອອກສິນທະເລຂອງຫວຽດນາມ ຂຶ້ນ 10 – 15%.