ການສົ່ງອອກຜະລິດ ຕະພັນກະເສດ, ເຄື່ອງປາ ຂອງດົງແລະສິນໃນນ້ຳ ໃນ 6 ເດືອນ ເພີ່ມຂຶ້ນ 11%
(ພາບປະກອບ)
(vovworld) – ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລ້ວ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໃນ 6 ເດືອນ ຄາດວ່າບັນລຸເກືອບ 2,3 ຕື້ USD, ນຳມູນຄ່າສົ່ງອອກຂອງຂະແໜງໃນ 6 ເດືອນຕົ້ນປີ 2014 ຂຶ້ນເຖິງ 14,67 ຕື້ USD, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ໝາກພິກໄທ ຍັງຄົງແມ່ນສິນຄ້າທີ່ຮັກສາໄດ້ລະດັບເຕີບໂຕຢ່າງແຮງ ນັບທັງທາງດ້ານປະລິມານ ແລະ ມູນຄ່າສົ່ງອອກ. ອາເມລິກາ, ສິງກະໂປ, ອາຫຼັບເອມີເລດຢູ່ໃນເຕບ ແລະ ອີນເດຍ ແມ່ນບັນດາຕະຫຼາດນຳເຂົ້າໝາກພິກໄທໃຫຍ່ກວ່າໝູ່ຂອງຫວຽດນາມ. ປະລິມານໝາກມ່ວງຫິມະພານສົ່ງອອກໃນ 6 ເດືອນຕົ້ນປີ ກໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ມູນຄ່າສົ່ງອອກສິນໃນນ້ຳບັນລຸ 3,45 ຕື້ USD ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ອາເມລິກາ ຍັງຍື່ນອັນດັບທີ 1 ໃນບັນດາຕະຫຼາດນຳເຂົ້າສິນຄ້າສິນໃນນ້ຳອັນດັບໜຶ່ງຂອງຫວຽດນາມ. ບັນດາຕະຫຼາດຈຳໜ່າຍໃຫຍ່ອື່ນອີກອື່ນຄື ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ ກໍ່ລ້ວນແຕ່ເຕີບໂຕຢ່າງແຮງ.