ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນໍ້າ ຄາດວ່າຈະບັນລຸກວ່າ 5, 3 ຕື້ USD ໃນ 2 ເດືອນຕົ້ນປີ 2020
(VOVWORLD) -ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ໃນໄລຍະ 2 ເດືອນຕົ້ນປີ 2020, ວົງເງິນນໍາເຂົ້າສົ່ງອອກບັນດາຜະລິດຕະພັນກະເສດ, ເຄື່ອງປາຂອງດົ່ງ, ສິນໃນນໍ້າ ຄາດວ່າບັນລຸໄດ້ເກືອບ 9, 7 ຕື້ USD; ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸ 5,34 ຕື້ USD; ວົງເງິນນໍາເຂົ້າບັນລຸປະມານ 4,3 ຕື້ USD.
(ພາບປະກອບ: congthuong.vn) |
ສິນຄ້າບາງປະເພດຄື: ເຂົ້າສານ ແລະ ມັນຕົ້ນ ລ້ວນແຕ່ເພີ່ມຂຶ້ນ ທັງດ້ານປະລິມານ ແລະ ມູນຄ່າສົ່ງອອກ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ໃນນັ້ນ, ການສົ່ງອອກເຂົ້າສານບັນລຸ 890 ພັນໂຕນ (ເພີ່ມຂຶ້ນ 27%) ດ້ວຍມູນຄ່່າບັນລຸ 410 ລ້ານ USD (ເພີ່ມຂຶ້ນ 33%); ການສົ່ງອອກມັນຕົ້ນບັນລຸ 130 ພັນໂຕນ (ເພີ່ມຂຶ້ນ 40%) ດ້ວຍມູນຄ່່າ 27 ລ້ານ USD (ເພີ່ມຂຶ້ນ 70%). ບັນດາສິນຄ້າເຄື່ອງປ່າຂອງດົ່ງທີ່ສົ່ງອອກຕົ້ນຕໍ ກໍສືບຕໍ່ເພີ່ມຂຶ້ນສູງ; ໃນນັ້ນ ມູນຄ່າຈາກໄມ້ ແລະ ເຄື່ອງເຟີນີເຈີ ບັນລຸ 1,53 ຕື້ USD ( ເພີ່ມຂຶ້ນ 10%)....
ປັດຈຸບັນ, ມີຕະຫຼາດຕົ້ນຕໍ 4 ແຫ່ງເຊິ່ງໄດ້ນໍາເຂົ້າບັນດາຜະລິດຕະພັນດັ່ງກ່າວຂອງຫວຽດນາມ ແມ່ນ ຈີນ, ອາເມລິກາ, ອີຢູ ແລະ ອາຊຽນ.