ພາບປະກອບ
(vovworld) – ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນຳ້ ໃນ 6 ເດືອນຕົ້ນປີ 2016 ຂອງ ຫວຽດນາມ ຄາດວ່າບັນລຸປະມານ 2,5 ຕື້USD, ຍົກຍອດມຸນຄ່າການສົ່ງອອກໃນ 6 ເດືອນຜ່ານມາບັນລຸ 15,50 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ມຸນຄ່າການສົ່ງອອກບັນດາຜະລິດຕະພັນກະເສດຕົ້ນຕໍຄາດວ່າບັນລຸກ່ວາ 7,32 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນດາປະເພດສິນຄ້າຄື: ກາເຟ, ໝາກພີກໄທ, ໝາກມ່ວງຫິມະພານ, ສິນໃນນຳ້ສືບຕໍ່ຮັກສາການເຕີບໂຕກ່ຽວກັບທັງດ້ານປະລິມານ ແລະ ມຸນຄ່າ. ເຕີບໂຕແຮງສຸດແມ່ນກາເຟ, ຖັດຈາກແມ່ນຂະແໜງໝາກມ່ວງຫິມະພານ.