ການສົນທະນາສ້າງຍຸດທະສາດ ລັດເຊຍ - ອາເມລິກາ ເປັນປົກກະຕິຖືກຢຸດສະງັກ.

(VOVWORLD) -ວັນທີ 30 ເມສາ ສຳນັກຂ່າວສານ TASS ຂອງລັດເຊຍ ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ການທູດຄົນໜຶ່ງຂອງລັດເຊຍ ເຊິ່ງໃຫ້ຮູ້ວ່າ ການສົນທະນາສ້າງຍຸດທະສາດ ລະຫວ່າງ ມົດສະກູ ແລະ ວໍຊິງຕັນ ເປັນປົກກະຕິໄດ້ຖືກຢຸດສະງັກຢ່າງເປັນທາງການ
ການສົນທະນາສ້າງຍຸດທະສາດ ລັດເຊຍ - ອາເມລິກາ ເປັນປົກກະຕິຖືກຢຸດສະງັກ. - ảnh 1

    ລະອຽດແມ່ນ ຫົວໜ້າກົມບັນດາບັນຫາບໍ່ແຜ່ຂະຫຍາຍນິວເຄຼຍ ແລະ ຄວບຄຸມອາວຸດ ສັງກັດກະຊວງການຕ່າງປະເທດ ລັດເຊຍ ທ່ານ ວາລາດີມີ ເຊມາກຸບ ໃຫ້ຮູ້ວ່າ ບັນດາສາຍກ່ຽວພັນລະຫວ່າງປະເທດນີ້ກັບ ອາເມລິກາ ກ່ຽວກັບບັນຫາສ້າງຍຸດທະສາດເປັນປົກກະຕິ ຈະຖືກເຊື່ອມຕໍ່ຄືນໃໝ່ ຂະນະທີ່ ລັດເຊຍ ປະຕິບັດສຳເລັດບັ້ນການທະຫານພິເສດຢູ່ ຢູແກຣນ.  ທ່ານ ເຊມາກຸບ ໃຫ້ຮູ້ວ່າ ມົດສະກູ ເຊື່ອໝັ້ນວ່າ ອາເມລິກາ ຄາດຄະເນວ່າຈະສຳເລັດບັນດາໂຄງການຜັນຂະຫຍາຍລູກສອນໄຟ ໄລຍະກາງ ແລະ ໄລຍະສັ້ນຢູ່ ເອີລົບ ແລະ ພາກພື້ນອາຊີ - ປາຊີຟິກ .ເຈົ້າໜ້າທີ່ທ່ານນີ້ໄດ້ຕີລາຄາວ່າ ເລື່ອງອາວຸດດັ່ງກ່າວ ປາກົດຕົວຢູ່ພາກພື້ນດັ່ງກ່າວຈະເຮັດໃຫ້ສະພາບການສືບຕໍ່ຊົ່ວຮ້າຍໄປ ແລະ ຍິ່ງເປັນການຍຸຍົງສົ່ງເສີມ ການແຂ່ງຂັນປະກອບອາວຸດ. ລັດເຊຍ ຍັງເຊື່ອໝັ້ນວ່າ ຄວາມສ່ຽງເກີດສົງຄາມນິວເຄຍ ຄວນຖືກຈຳກັດຢູ່ໃນລະດັບຕ່ຳສຸດ ແລະ ຄວນສະກັດກັ້ນທຸກການປະທະກັນ ລະຫວ່າງບັນດາປະເທດມະຫາອຳນາດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ