(vovworld) – ກອງປະຊຸມສຳມະນາທິດສະດີ ຄັ້ງທີ 1 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ ປຊຊ ປະຕິວັດລາວ ດ້ວຍຫົວຂໍ້ ບາງບັນຫາທິດສະດີ ພຶດຕິກຳຕົ້ນຕໍໃນຂະບວນວິວັດຍູ້ແຮງກິດຈະການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ລາວ ໄດ້ຖືກໄຂຂຶ້ນໃນວັນທີ 10/1 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ດິງເທ໋ຮິງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງ ຢືນຢັນວ່າ: ກອງປະຊຸມສຳມະນາຄັ້ງນີ້ ແມ່ນໂອກາດເພື່ອໃຫ້ 2 ພັກ ພ້ອມກັນແລກປ່ຽນບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງທີ່ວາງອອກໃນຂະບວນວິວັດປ່ຽນແປງໃໝ່ ແລະ ພັດທະນາ ຢູ່ແຕ່ລະປະເທດ,ຄົ້ນຄ້ວາ ແລະ ຮຳ່ຮຽນເອົາບັນດາບົດຮຽນຂອງ 2 ຝ່າຍໃນເງື່ອນໄຂເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ, ເປີດປະຕູເຊື່ອມໂຍງເຂົ້າກັບສາກົນ ຍູ້ແຮງພາລະກິດ ຫັນປະເທດຊາດເປັນປະເທດອຸດສະຫະກຳ ແລະ ທັນສະໄໝ ຢູ່ແຕ່ລະປະເທດ