(ພາບ: vov)
(vovworld)- ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 6-9/12, ທ່ານຟ້າມຫວູ້ລ້ວນ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ເປັນສັກຂີພິຍານໃນພິທີມອບຂອງຂວັນຂອງໂຮງພິມຈຳໜ່າຍສຶກສາຫວຽດນາມ ໃຫ້ແກ່ບໍລິສັດພິມສຶກສາແຫ່ງລັດລາວ ລວມມູນຄ່າ 50.000 ໂດລາສະຫະລັດ. ທ່ານໂງເຈິນອາຍ, ຜູ້ອຳນວຍການໃຫ່ຍໂຮງພິມຈຳໜ່າຍສຶກສາຫວຽດນາມ ເນັ້ນໜັກວ່າ: ເຖິງວ່າມູນຄ່າດ້ານວັດຖຸບໍ່ຫຼາຍກໍ່ຕາມ ແຕ່ຍັງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຂອງພະນັກງານ, ພາລະກອນ, ກຳມະກອນໂຮງພິມຈຳໜ່າຍສຶກສາຫວຽດນາມ ທີ່ມີຕໍ່ບໍລິສັດພິມສຶກສາແຫ່ງລັດລາວ.
ໃນໄລຍະ 20 ປີແຫ່ງການຮ່ວມມື, ການພົວພັນລະຫວ່າງສອງຫົວໜ່ວຍບັນລຸໄດ້ບັນດາໝາກຜົນລະອຽດໃນຫຼາຍດ້ານຄື: ແລກປ່ຽນວິຊາການ, ຝຶກອົບຮົມພະນັກງານ, ໜູນຊ່ວຍເຄື່ອງອຸປະກອນພິມຈຳໜ່າຍບັນດາຜະລິດຕະພັນການພິມ, ຮຽບຮຽງ ແລະ ພິມຈຳໜ່າຍວັດຈະນານຸກົມຫວຽດ-ລາວ ກໍ່ຄືບັນດາການເຄື່ອນໄຫວພົບປະແລກປ່ຽນອື່ນໆ.
ໃນວິວັດການຮ່ວມມື, ໂຮງພິມຈຳໜ່າຍສຶກສາຫວຽດນາມ ຍັງຮ່ຳຮຽນເອົາຫຼາຍບົດຮຽນຈາກຜູ້ຮ່ວມງານລາວ; ພິເສດ, ຍາມໃດ ບັນດາເພື່ອນລາວ ກໍ່ສະຫງວນ ອາລົມຈິດອັນຈິງໃຈໃຫ້ແກ່ໂຮງພິມຈຳໜ່າຍສຶກສາຫວຽດນາມ ເພື່ອໃຫ້ສາຍພົວພັນຮ່ວມມືນັບມື້ນັບສະໜິດສະໜົມ ແລະ ສະໜິດຕິດພັນກັນກ່ວາ./.