ການຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອີນເຕີແນດ: ກາລະໂອກາດ ເພື່ອຊຸກຍູ້ການພົວພັນອົດສຕາລີ - ຫວຽດນາມ

ການຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອີນເຕີແນດ: ກາລະໂອກາດ ເພື່ອຊຸກຍູ້ການພົວພັນອົດສຕາລີ - ຫວຽດນາມ - ảnh 1
(ພາບປະກອບ)

(vovworld)​ ​- ​ ທ່ານ​ນາງ Jessica Woodall , ນັກໄຈ້​ແຍ​ກທີ່ຂຶ້ນ​ກັບ​ສູນນະ​ໂຍບາຍ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດສາກົນ, ສະ​ຖາ​ບັນນະ​ໂຍບາຍ​ຍຸດ​ທະ​ສາດອົດສ​ຕາ​ລີ ຖື​ວ່າ: ການ​ຮ່ວມ​ມື​ດ້ານຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດສາມາດ​ຊ່ວຍ​​ໃຫ້​ອົດ​ສຕາ​ລີ ຍົກ​ການ​ພົວພັນກັບ​ຫວຽດນາມ​ ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຕາມ​ທ່ານ​ນາງ Woodall ​ແລ້ວ, ບັນດາ​ບັນຫາ​​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍອີນ​ເຕີ​ແນ​ດ, ຈະສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້​ອົດສ​ຕາ​ລີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ, ຄຽງ​ຂ້າງການ​ຮ່ວມ​ສຳພັນ​ໃນປະຈຸ​ບັນ, ຕົ້ນ​ຕໍແມ່ນ ກ່ຽວ​ຂ້ອງ​ເຖິງບັນຫາ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ. ທ່ານ​ນາງ Woodall ຢັ້ງຢືນ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຄວາມ​ສຳຄັນ​ທາງ​ດ້ານຍຸດ​ທະ​ສາດ​ໃນ​ພາກ​ພື້ນ ​ແລະ ບັນດາ​ບັນຫາ​ຄວາມ​ປອດ​ໄພ​ທີ່​ບໍ່​ເຄີຍ​ມີ​ມາກ​່ອນແມ່ນ​​ໂອກາດ​ທີ່​ຫາ​ຍາກ​ ເພື່ອ​ໃຫ້ອົດ​ສຕາ​ລີ​ ຍົກລະ​ດັບການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ