ການຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ລະ​ຫວ່າງ ຫວຽດ​ນາມ - ກາ​ນາ​ດາ ​ບັນ​ລຸ​ໝາກ​ຜົນ​ຕັ້ງ​ໜ້າ

(VOVWORLD) -ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Harjit Singh Sajjan ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ.
ການຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ລະ​ຫວ່າງ ຫວຽດ​ນາມ - ກາ​ນາ​ດາ ​ບັນ​ລຸ​ໝາກ​ຜົນ​ຕັ້ງ​ໜ້າ - ảnh 1ທ່ານ ພົນໂທ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Harjit Singh Sajjan ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ (ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງກ່ຽວກັບການພັດທະນາການພົວພັນ ລະຫວ່າງ ຫວຽດນາມ - ການາດາໃນ 48 ປີຜ່ານມາ, ນັບແຕ່ເວລາ ສອງປະເທດສ້າງການພົວພັນທາງການທູດ ເມື່ອປີ 1973 ແລະ ສືບຕໍ່ພັດທະນາຢ່າງດີງາມໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ ແລະ ການສຶກສາ, ເໝາະສົມກັບການພົວພັນ “ຄູ່ຮ່ວມມືຮອບດ້ານ” ລະຫວ່າງສອງປະເທດ. ການຮ່ວມມືດ້ານປ້ອງກັນການລະຫວ່າງ ສອງປະເທດ ບັນລຸໝາກຜົນຕັ້ງໜ້າ, ສອງຝ່າຍໄດ້ຜັນຂະຫຍາຍ ບົດບັກທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນການປ້ອງກັນຊາດລະຫວ່າງສອງຝ່າຍ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນບັນດາຂົງເຂດຄື ບຳລຸງສ້າງ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງທາງທະເລ.

ລັດຖະມົນຕີສອງຝ່າຍໄດ້ເຫັນດີເປັນເອກະພາບ, ໃນໄລຍະຈະມາເຖິງ, ສືບຕໍ່ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ມີຢູ່ແລ້ວ, ສຸມໃສ່ເຂົ້າການໂອ້ລົມສົນທະນາ, ປຶກສາຫາລື, ບຳລຸງສ້າງ, ອຸດສາຫະກຳການທະຫານ, ຮັກສາສັນຕິພາບ, ຄວາມໝັ້ນຄົງໃນທະເລ, ຄົ້ນຄ້ວາຄວາມສາມາດການຮ່ວມມືດ້ານເສນາຮັກ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ລັດຖະມົນຕີສອງທ່ານເຊື່ອໝັ້ນວ່າ ການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ ສືບຕໍ່ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທ້ຈິງ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ ແລະ ການພັດທະນາລວມ ຢູ່ພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ