ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນ 2 ຝ່າຍຫວຽດນາມ-ຝລັ່ງ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ຕ້ອນຮັບເອກອັກຄະລັດຖະທູດສ.ຝລັ່ງ Bertrand Lortholary
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 28/02, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ຝລັ່ງ Bertrand Lortholary ເຂົ້າຢ້ຽມຂ່ຳນັບຕາມພິທີທາງການທູດ ເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນ 2 ຝ່າຍ ແລະ ຍາມໃດລັດຖະບານຫວຽດນາມ ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຝລັ່ງ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ 2 ປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດຈຸດສຸມກ່ຽວກັບພື້ນຖານໂຄງລ່າງ, ພະລັງງານ, ສາທາລະນະສຸກ…. ດ້ວຍການໜູນຊ່ວຍທຶນ ODA ຂອງຝລັ່ງ.
ສ່ວນທ່ານເອກອັກຄະລັດຖະທູດ Bertrand Lortholary ໃຫ້ຮູ້ວ່າ, ຍາມໃດຝລັ່ງ ກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ; ສະໜັບສະໜູນຫວຽດນາມ ລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ. ທ່ານເອກອັກຄະລັດຖະທູດ Bertrand Lortholary ຢືນຢັນວ່າ, ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຝລັ່ງ, ປະກອບສ່ວນນຳການພົວພັນຮ່ວມມື 2 ຝ່າຍສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ.
(ທ່ານ ຫງວຽນທ້ຽນເຍີນ ກ່ໍໄດ້ໃຫ້ການຕ້ອນຮັບ ທ່ານ Bertrand Lortholary)
ແລະກໍ່ໃນຕອນບ່າຍວັນ 28/02, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ກ່ໍໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ Bertrand Lortholary ເຊັ່ນດຽວກັນ. ທີ່ການຕ້ອນຮັບ ທ່ານຫງວຽນທ້ຽນເຍີນ ສະແດງຄວາມເຊື່ອໝັ້ນວ່າ, ການພົວພັນລະຫວ່າງຫວຽດນາມ - ຝລັ່ງ ຈະເປີດບັນດາທິດທາງບາດກ້າວໃໝ່ໃນບັນດາຂົງເຂດທີ່ສຳຄັນ, ໂດຍສະເພາະແມ່ນກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ.