ການຮ່ວມມືປ້ອງກັນຄວາມສະຫງົບຫວຽດນາມ-ອາເມລິກາບັນລຸບາດກ້າວທີ່ໜ້າຊື່ນຊົມ

ການຮ່ວມມືປ້ອງກັນຄວາມສະຫງົບຫວຽດນາມ-ອາເມລິກາບັນລຸບາດກ້າວທີ່ໜ້າຊື່ນຊົມ - ảnh 1
ພາບ : Quang Hòa/TTXVN

(vovworld)- ການ​ຮ່ວມມື​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ ຫວຽດນາມ-​ອາ​ເມ​ລິ​ກາ ບັນລຸ​ບາດກ້າວທີ່​ໜ້າ​ຊື່ນ​ຊົມ. ນີ້​ແມ່ນ​ເນື້ອ​ໃນ​ຂອງ​ຂ່າວ​ໄດ້​ແນະນຳ​ທາງ​​ເຄືອ​ຂ່າຍ ​ເອີ​ລົບ Euro Presse Image (epi-agenci.com) ວັນ​ທີ 24/3,​​ ໃນ​ໂອກາດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ຫວ່າງ​ແລ້ວ​ນີ້​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ພົນ​ເອກ ​ເຈິ​ນດ້າຍ​ກວາງ ​​. ບົດ​ຂຽນ​ມີ​ຫົວ​ເລື່ອງ​ວ່າ: “ຫວຽດນາມ-​ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືປ້ອງ​ກັນ​ຄວາມ​ສະຫງົບ”, ​ແລະ ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ສືບ​ຕໍ່​ຮັກສາ​ກົນ​ໄກ​​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ຄົ້ນ​ຄ້ວາ, ​ເຈລະຈາ​ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນຍາ​ບັນດາ​ເອກະສານ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ສ້າງ​ກອບ​ກົດໝາຍ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັງ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ການຕໍ່​ສູ້​ປ້ອງກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ສົມທົບ​ກັນ​ສືບສວນ​​ບັນດາ​ຄະດີ; ຮ່ວມ​ມື​ດ້ານ​ສຶກສາ, ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ພະນັກງານ​ປະ​ຕິ​ບັດ​ກົດໝາຍ. ຜູ້​ຂຽນຂ່າວດັ່ງກ່າວ ຖື​ວ່າ: ການ​ພົວພັນ​ຮ່ວມ​ມື​ປ້ອງກັນ​ຄວາມ​ສະຫງົບ 2 ຝ່າຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ຢືນຢັນ​ວ່າ ອາ​ເມ​ລິ​ກາ ພວມ​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ສ້າງ​ຄວາມ​ສົມ​ ດູ​ນຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ຄືນ​ໃໝ່. ກ່ຽວຂ້ອງ​ເຖິງ​ຄວາມ​ຂັດ​ແຍ້​ງກັນ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ ລະຫວ່າງ ຈີນ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້,​ ຜູ້​ຂຽນ​ຂ່າວ​ດັ່ງກ່າວ​ກໍ່ຖື​ວ່າ: ບັນດາ​ສະມາຊິກ​ລັດຖະສະພາ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ຢືນຢັນ​ຄືນ​ໃໝ່​ການ​ສະໜັບສະໜູນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ມາດ​ຕະການໂດຍ​ສັນຕິ​ວິ​ທີບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ ສປຊ, ຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກໍ່​ຄື​ຊຸກຍູ້ສ້າງ​ສຳ​ເລັດປະມວນຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).
ຂ່າວ/ບົດ​ອື່ນ