ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງລັດCaliforniaກັບນະຄອນໂຮ່ຈິມີນ

 ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງລັດCaliforniaກັບນະຄອນໂຮ່ຈິມີນ - ảnh 1
ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມີນ
ແລະ ນະ​ຄອນ Sacramento ລັດCalifornia

(vovworld)- ​ຕອນ​ເຊົ້າ ວັນ​ທີ 14/7 ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ Oakland, ທ່ານ Edmund Jerry Brown, ຜູ້​ວ່າ​ການ​ລັດ California ໄດ​້​ຕ້ອນ​ຮັບ​ທ່ານ ເລ​ແທງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈິ​ມີນ ແລະ ຄະ​ນ​ະ​ຜ​ູ້​ແທນ​ນະ​ຄອນ​ໂຮ່​ຈິ​ມີນ ເນື່ອງ​ໃນ​ໂອ​ກາດ​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ. ທີ່​ການ​ຕ້ອນ​ຮັບ, ທ່ານ  Edmund Jerry Brown ຫວັງ​ວ່າ ລັດ California ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກັບ​ນະ​ຄອນ​ໂຮ່​ຈິ​ມີນ ກວ່າ ແລະ ປາດ​ຖະ​ຫນາ​ ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈິ​ມີນ ເວົ້າ​ສະ​ເພາະ ຄວນ​ຕັ້ງ​ຫນ້າ​ຂົນ​ຂວາຍ​ບັນ​ດາ​ວິ​ສ​າ​ຫະ​ກິດ, ປະ​ຊາ​ຊົນ ມີ​ການ​ກະ​ທຳ​ຢ່າງ​ແທດ​ຈິງ ເພື່ອ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປະ​ຢັດ​ພະ​ລັງ​ງານ ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ທ່ານ​ເລ​ແທງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈິ​ມີນ ຕ​ີ​ລາ​ຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ ຜູ້​ວ່າ​ການ​ລັດ California, Edmund Jerry Brown ກໍ​ຄ​ື​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມີນ​ກັບ​ລັດ California ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ​ບຳ​ລຸງ​ສ້າງ. ທ່ານ​ເລ​ແທງ​ຫາຍ ປ​າດ​ຖະ​ຫນາຢາກໄດ້​ຮ່ວມ​ມື​ກັບ​ລັດ Califonia ໃນ​​ຂົງ​ເຂດ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນສິ່ງ​ແວດ​ລ້ອມ ແລະ ສ້າງ​ມາດ​ຕະ​ການ​ເພື່ອ​ຮັບ​ມື​ ແລະ ກຳ​ຈັດ​ການ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ຫວຽດ​ນາມ ກໍ​ຄື​ ນະ​ຄອນ​ໂຮ່​ຈິ​ມີນ.

ຂ່າວ/ບົດ​ອື່ນ